ມີ 130 ປະ​ເທດ​​ອອກ​ຖະ​ແຫຼງ​ການສະ​ໜັບ​ສະ​ໜູນ ​ພາ​ສີ​ວິ​ສາ​ຫະ​ກິດຕ່ຳ​ສຸດ​ໃນ​ທົ່ວ​ໂລກ

Chia sẻ

(VOVWORLD) -ມີຫຼາຍປະເທດໄດ້ເຂົ້າຮ່ວມລົງນາມໃນຖະແຫຼງການ ຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດໃນນັ້ນລວມມີ ຈີນ ແລະ ອິນເດຍ.



ມີ 130 ປະ​ເທດ​​ອອກ​ຖະ​ແຫຼງ​ການສະ​ໜັບ​ສະ​ໜູນ ​ພາ​ສີ​ວິ​ສາ​ຫະ​ກິດຕ່ຳ​ສຸດ​ໃນ​ທົ່ວ​ໂລກ - ảnh 1ທ່ານ Mathias Cormann  (ເບື້ອງຊາຍ) ຜູ້ນຳສູງສຸດຂອງ OECD (ພາບ: Australian Associated Press)

ວັນທີ 1 ກໍລະກົດ, ມີ 130 ປະເທດ ໄດ້ອອກຖະແຫຼງການສະໜັບສະໜູນ ກອບພາສີສາກົນ ລວມມີ ພາສີວິສາຫະກິດຕ່ຳສຸດໃນທົ່ວໂລກ ເຊິ່ງແມ່ນບຸລິມະສິດແຖວໜ້າຂອງ ອຳນາດການປົກຄອງ ປະທານາທິບໍດີ ອາເມລິກາ Joe Biden.

ຖະແຫຼງການຂອງ 130 ປະເທດ ເຂົ້າຮ່ວມການເຈລະຈາຢູ່ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໄດ້ຮຽກຮ້ອງໃຫ້ມີລະດັບພາສີວິສາຫະກິດຕ່ຳສຸດໃນທົ່ວໂລກຢູ່ໃນລະດັບ 15% ຕາມຂໍ້ສະເໜີຂອງ ອາເມລິກາ. ຖະແຫຼງການຂອງ OECD ໃຫ້ຮູ້ວ່າ ແຜນການຜັນຂະຫຍາຍຢ່າງລະອຽດ ຈະໄດ້ຮັບການປະຕິບັດສຳເລັດໃນເດືອນ ຕຸລາ ປີ 2021 ແລະ ຈະຕ້ອງເສຍເວລາໄລຍະໜຶ່ງ ເພື່ອໃຫ້ບັນດາປະເທດອັບເດດລະບົບກົດໝາຍ ແລະ ບັນດາສົນທິສັນຍາພາສີອາກອນຂອງຕົນ ກ່ອນທີ່ຈະເລີ່ມຕົ້ນປະຕິບັດ.

ມີຫຼາຍປະເທດໄດ້ເຂົ້າຮ່ວມລົງນາມໃນຖະແຫຼງການ ຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດໃນນັ້ນລວມມີ ຈີນ ແລະ ອິນເດຍ.

ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Joe Biden ໄດ້ຖືບັນດາການເຈລະຈາກ່ຽວກັບພາສີສາກົນ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ. ທ່ານປະທານາທິບໍດີ Joe Biden ໄດ້ສະແດງຄວາມຊົມເຊີຍຕໍ່ຖະແຫຼງການຂອງ OECD ແລະ ຖືວ່ານີ້ແມ່ນບາດກ້າວສຳຄັນ ຊຶ່ງເຮັດໃຫ້ເສດຖະກິດທົ່ວໂລກມີຄວາມສະເໝີພາບກ່ວາ ສຳລັບຜູ້ອອກແຮງງານ ແລະ ບັນດາຄອບຄົວຢູ່ຄົນຊັ້ນກາງ ຢູ່ ອາເມລິກາ ແລະ ໂລກ.

ຕອບກັບ