ຟີ​ລິບ​ປິນ, ຈີນ ສ້າງ​ຊ່ອງ​ທາງ​ຕິດ​ຕໍ່​ພົວ​ພັນ​ໃໝ່​ເພື່ອ​ແກ້​ໄຂ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ

Chia sẻ
(VOVWORLD) - ກະຊວງການຕ່າງປະເທດ ຟີລິບປິນ ກໍ່ໄດ້ຢັ້ງຢືນ “ຂໍ້ຕົກລົງກ່ຽວກັບການປັບປຸງກົນໄກຕິດຕໍພົວພັນໃນການເດີນເຮືອລະຫວ່າງ ຟີລິບປິນ - ຈີນ” ຈະສະໜອງໃຫ້ສອງຝ່າຍ ມີຫຼາຍຊ່ອງທາງຕິດຕໍພົວພັນທີ່ແຕກຕ່າງກັນເພື່ອແນໃສ່ແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກ. 
ຟີ​ລິບ​ປິນ, ຈີນ ສ້າງ​ຊ່ອງ​ທາງ​ຕິດ​ຕໍ່​ພົວ​ພັນ​ໃໝ່​ເພື່ອ​ແກ້​ໄຂ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ຮອງລັດຖະມົນຕີການຕ່າງປະເທດ ຈີນ - ຟີລິບປິນໃນການປະຊຸມປຶກສາຫາລືບັນຫາກ່ຽວກັບທະເລຕາເວັນອອກ (ພາບ: VOV)

ຟີລິບປິນ ແລະ ຈີນໄດ້ເຫັນດີເປັນເອກະພາບສ້າງຕັ້ງບັນດາຊ່ອງທາງ ຊ່ອງທາງຕິດຕໍ່ພົວພັນໃໝ່ເພື່ອປັບປຸງວິທີການແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລ, ໃນສະພາບການພົວພັນສອງຝ່າຍມີຄວາມເຄັ່ງຕຶງ ຢູ່ທະເລຕາເວັນອອກ ຫວ່າງແລ້ວນີ້. ວັນທີ 17 ກໍລະກົດ, ສຳນັກຂ່າວສານ Philstar ຂອງ ຟີລິບປິນ ໄດ້ລົງຂ່າວວ່າ ພາຍຫຼັງ 1 ປີກ່ວາຜ່ານມາ ທີ່ໄດ້ສ້າງຊ່ອງທາງຕິດຕໍ່ພົວພັນໂດຍກົງ ກ່ຽວກັບບັນຫາການເດີນເຮືອ, ຟີລິບປິນ ແລະ ຈີນ ຈະສ້າງກົນໄກໃໝ່ອະນຸຍາດໃຫ້ສອງຝ່າຍຕິດຕໍ່ພົວພັນເຊິ່ງກັນແລະກັນ ຜ່ານສາຍໂທລະສັບດ່ວນ.

 ກ່ອນໜ້ານັ້ນ, ກະຊວງການຕ່າງປະເທດ ຟີລິບປິນ ກໍ່ໄດ້ຢັ້ງຢືນ “ຂໍ້ຕົກລົງກ່ຽວກັບການປັບປຸງກົນໄກຕິດຕໍພົວພັນໃນການເດີນເຮືອລະຫວ່າງ ຟີລິບປິນ - ຈີນ” ຈະສະໜອງໃຫ້ສອງຝ່າຍ ມີຫຼາຍຊ່ອງທາງຕິດຕໍພົວພັນທີ່ແຕກຕ່າງກັນເພື່ອແນໃສ່ແກ້ໄຂບັນດາບັນຫາຢູ່ທະເລຕາເວັນອອກ. ຂໍ້ຕົກລົງໄດ້ລົງນາມໃນວັນທີ 2 ກໍລະກົດທີ່ຜ່ານມາ ຢູ່ກອງປະຊຸມປຶກສາຫາລືສອງຝ່າຍລະຫວ່າງສອງປະເທດກ່ຽວກັບທະເລ ຕາເວັນອອກທີ່ໄດ້ດຳເນີນຢູ່ນະຄອນຫຼວງ Manila. ຂໍ້ຕົກລົງໄດ້ກຳນົດບັນດາຊ່ອງທາງຕິດຕໍ່ໍພົວພັນໂດຍກົງລະຫວ່າງບັນດາຝ່າຍລວມມີຜູ້ຕາງໜ້າໂດຍການນຳສອງປະເທດກຳນົດ, ກະຊວງການຕ່າງປະເທດ ຟີລິບປິນ (DFA)  ແລະ ກະຊວງການຕ່າງປະເທດ ຈີນ ລວມທັງຂັ້ນລັດຖະມົນຕີການຕ່າງປະເທດ ແລະ ຮອງລັດຖະມົນຕີການຕ່າງປະເທດ ຫຼື ຜ່ານຜູ້ຕາງໜ້າທີ່ໄດ້ຮັບການບົ່ງຕົວ.

ຕອບກັບ