ຄົ້ນຄວ້າ, ສ້າງບັນດານະໂຍບາຍລັດໜ້າທ່າອ່ຽງພົນລະເມືອງໃນເກັ່ນອາຍຸສູງຫຼາຍເກີນໄປ

Chia sẻ
(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ຕີລາຄາສູງໝາກຜົນທີ່ບັນດາກະຊວງ, ຂະແໜງການ, ອົງການ, ສະມາຄົມຜູ້ອາຍຸສູງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ
ຄົ້ນຄວ້າ, ສ້າງບັນດານະໂຍບາຍລັດໜ້າທ່າອ່ຽງພົນລະເມືອງໃນເກັ່ນອາຍຸສູງຫຼາຍເກີນໄປ - ảnh 1ທີ່ກອງປະຊຸມ
(ພາບ: VGP)

        ຕອນເຊົ້າວັນທີ 30 ສິງຫາ, ຢູ່ສຳນັກງານລັດຖະບານ, ຄະນະກຳມະການແຫ່ງຊາດກ່ຽວກັບຜູ້ອາຍຸສູງ ຫວຽດນາມ ໄດ້ຈັດກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລແທັງລອງ, ປະທານຄະນະກຳມະການ, ເພື່ອວາງອອກເປົ້າໝາຍຈຸດສຸມໃນໄລຍະ 4 ເດືອນທ້າຍປີ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລແທັງລອງ ຕີລາຄາສູງໝາກຜົນທີ່ບັນດາກະຊວງ, ຂະແໜງການ, ອົງການ, ສະມາຄົມຜູ້ອາຍຸສູງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ ໃນການປະຕິບັດບັນດານະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ເບິ່ງແຍງດູແລໃຫ້ຜູ້ອາຍຸສູງ. ທ່ານເນັ້ນໜັກວ່າ, ນະໂຍບາຍນີ້ນັບມື້ນັບຈະແຈ້ງ, ຄົບຖ້ວນພໍສົມຄວນສະຫງວນໃຫ້ຜູ້ອາຍຸສູງ; ມີຫຼາຍໂຄງການ, ແຜນຮ່າງໄດ້ຜັນຂະຫຍາຍ, ບັນດານະໂຍບາຍໜູນຊ່ວຍໄດ້ເພີ່ມຂຶ້ນ. ທ່ານສະເໜີວ່າ, ນັບແຕ່ນີ້ຮອດທ້າຍປີ, ບັນດາອົງການທີ່ກ່ຽວຂ້ອງຕ້ອງຄົ້ນຄວ້າບັນດານະໂຍບາຍຢ່າງຍາວນານສຳລັບຜູ້ອາຍຸສູງ, ຜ່ານນັ້ນ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ກຸ່ມເປົ້າໝາຍດັ່ງກ່າວ.

ຕອບກັບ