ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນປະທານກອງປະຊຸມກົມການເມືອງປະກອບຄຳເຫັນໃສ່ເອກະສານສະບັບຕ່າງໆ

Chia sẻ
(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກແມ່ນຂີດໝາຍສຳຄັນບົນເສັ້ນທາງພັດທະນາຂອງປະເທດຊາດ ແລະ ຂອງຊາດ ຫວຽດນາມ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເປັນປະທານກອງປະຊຸມກົມການເມືອງປະກອບຄຳເຫັນໃສ່ເອກະສານສະບັບຕ່າງໆ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ
(ພາບ: TTXVN)

        ຕອນເຊົ້າວັນທີ 30 ສິງຫາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ, ກົມການເມືອງ, ຄະນະເລຂາ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ເອກະສານສະບັບຕ່າງໆ, ຄື: ຮ່າງບົດລາຍງາຍການເມືອງຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ; ບົດລາຍງານສະຫຼຸບບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບພາລະກິດແຫ່ງການປ່ຽນແປງໃໝ່ ຕາມການກຳນົດທິດສັງຄົມນິຍົມໃນໄລຍະ 40 ປີຜ່ານມາຢູ່ ຫວຽດນາມ ແລະ ເນື້ອໃນອື່ນຈຳນວນໜຶ່ງ ເພື່ອກະກຽມຍື່ນສະເໜີຕໍ່ກອງປະຊຸມສູນກາງພັກຄັ້ງທີ 10 ຊຸດທີ 13.

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ, ກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກແມ່ນຂີດໝາຍສຳຄັນບົນເສັ້ນທາງພັດທະນາຂອງປະເທດຊາດ ແລະ ຂອງຊາດ ຫວຽດນາມ.

        ແລະກໍ່ໃນຕອນເຊົ້າວັນດຽວກັນ, ກົມການເມືອງຍັງປະກອບຄຳເຫັນໃສ່ເນື້ອໃນສຳຄັນອື່ນຈຳນວນໜຶ່ງ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຮຽກຮ້ອງໃຫ້ບັນດາອົງການກະກຽມໃຫ້ແກ່ຮ່າງມະຕິເອກະສານ ຈົ່ງຮີບເຮັ່ງຮັບເອົາຄຳເຫັນຂອງກົມການເມືອງ, ຄະນະເລຂາ, ບັນດາຄະນະ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ສືບຕໍ່ສ້າງບັນດາເອກະສານໃຫ້ສົມບູນແບບ, ເພື່ອກະກຽມຍື່ນສະເໜີຕໍ່ກອງປະຊຸມສູນກາງພັກຄັ້ງທີ 10 ຊຸດທີ 13 ຈະມາເຖິງ.

ຕອບກັບ