Heineken ຈະສືບຕໍ່ລົງທຶນເຂົ້າຕະຫຼາດ ຫວຽດນາມ ໃນໄລຍະຈະມາເຖິງ

Chia sẻ
(VOVWORLD) - Heineken ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ ແລະ ໂຮນລັງ, ກໍຄືການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ ຫວຽດນາມ - ສະຫະພາບ ເອີລົບ.
Heineken ຈະສືບຕໍ່ລົງທຶນເຂົ້າຕະຫຼາດ ຫວຽດນາມ ໃນໄລຍະຈະມາເຖິງ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ
(ພາບ: TTXVN)

        ວັນທີ 30 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ, ໄດ້ຕ້ອນຮັບທ່ານ Wieste Mutters, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານ Heineken ຢູ່ ຫວຽດນາມ, ພ້ອມທັງເປັນປະທານສະຫະສະມາຄົມວິສາຫະກິດ ໂຮນລັງ ປະຈຳ ຫວຽດນາມ.

        ໂດຍຮັບຮູ້ບັນດາການເຄື່ອນໄຫວຢ່າງມີປະສິດທິຜົນຂອງ Heineken ໃນໄລຍະກວ່າ 30 ປີຜ່ານມາຢູ່ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ຖືວ່າ, Heineken ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ ແລະ ໂຮນລັງ, ກໍຄືການພົວພັນຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານ ຫວຽດນາມ - ສະຫະພາບ ເອີລົບ.

        ສ່ວນທ່ານ Wieste Mutters ຂອບໃຈຕໍ່ສະພາແຫ່ງຊາດ ຫວຽດນາມ ໄດ້ສ້າງ ແລະ ຜັນຂະຫຍາຍບັນດານະໂຍບາຍພັດທະນາເສດຖະກິດ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດພັດທະນາ, ໃນນັ້ນມີ Heineken ຫວຽດນາມ. ທ່ານໃຫ້ຮູ້ວ່າ, Heineken ຈະສືບຕໍ່ລົງທຶນເຂົ້າຕະຫຼາດ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ