ພະບາດສົມເດັດພະເຈົ້າ ມະຫາຊີວິດກຳປູເຈຍ ຮຽກຮ້ອງປະຊາຊົນລະງັບໃຈລໍຖ້າໝາກຜົນການເລືອກຕັ້ງ

Chia sẻ
(vovworld) - ​ ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ​ Norodom Sihamoni ​ໄດ້​ຮຽກຮ້ອງ​ປະຊາຊົນ​ຈົ່ງ​ລະງັບ​ໃຈ ​ແລະ ຮັກສາຖານະ​ບຸກຄົນອັນ​ສູງ​ສົ່ງ​ຂອງ​ຊາວ​ກຳ​ປູ​ເຈຍ...
ພະບາດສົມເດັດພະເຈົ້າ ມະຫາຊີວິດກຳປູເຈຍ ຮຽກຮ້ອງປະຊາຊົນລະງັບໃຈລໍຖ້າໝາກຜົນການເລືອກຕັ້ງ - ảnh 1
ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ​ Norodom Sihamoni
(ພາບ: Reuters)


(vovworld) - ​ໃນ​ຈົດໝາຍ​ຝາກ​ໃຫ້​ປະຊາຊົນ​ກຳປູ​ເຈຍ, ວັນ​ທີ 30 ສິງຫາ, ພະ​ບາດ​ສົມເ​ດັດ​ພະ​ເຈົ້າ​ມະຫາ​ຊີວິດ​ Norodom Sihamoni ​ໄດ້​ຮຽກຮ້ອງ​ປະຊາຊົນ​ຈົ່ງ​ລະງັບ​ໃຈ ​ແລະ ຮັກສາຖານະ​ບຸກຄົນອັນ​ສູງ​ສົ່ງ​ຂອງ​ຊາວ​ກຳ​ປູ​ເຈຍ ​ໃນ​ເວລາ​ລໍ້​ຖ້າ​ຄະນະ​ກຳ​ມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ (NEC) ປະກາດ​ໝາກຜົນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ຢ່າງ​ເປັນ​ທາງ​ການ​ເມື່ອ​ວັນ​ທີ 28 ກໍລະກົດ​ ຜ່ານ​ມາ, ດ້ວຍ​ເວລາປະກາດ​ຜົນ​ການ​ເລືອກ​ຕັ້ງ​ຊ້າ​ສຸດ​ແມ່ນ​ວັນ​ທີ 08 ກັນຍາ ຈະ​ມາ​ເຖິງ. ຈົດໝາຍ​ຂອງ​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ​ Sihamoni ຊີ້​ແຈ້ງວ່າ ກຳປູ​ເຈຍ ​ແມ່ນ​ລາຊະ​ອານາຈັກ​ເອກະລາດ, ມີ​ປະຊາທິປະ​ໄຕ ​ແລະ ມີ​ລັດຖະທຳ​ມະນູນແມ່ນ​ກົດໝາຍ​ສູງ​ສຸດ​ເຊິ່ງພົນລະ​ເມືອງ​ທຸກ​ຄົນ​ລ້ວນ​ແຕ່​ຕ້ອງ​ເຄົາລົບ; ​ເລື່ອງ​ແກ້​ໄຂ​ທຸກ​ບັນຫາ​ຂອງ​ປະ​ເທດ​ ລ້ວນ​​ແຕ່ຕ້ອງ​ອ່ີງ​ໃສ່​ລັດຖະທຳ​ມະນູນ ​ແລະ ມອບ​ໜ້າ​ທີ່​ໃຫ້​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ ​ແລະ ບັນດາ​ກົດໝາຍທີ່​ພວ​ມປະກາດ​ໃຊ້​ໃນ​ປະຈຸ​ບັນ. ຈົດໝາຍ​ຂອງພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ​ Sihamoni ​ໄດ້​ຍົກ​ອອກ​ມາ​ໃນ​ຂະນະ​ທີ່​ພັກ​ຝ່າຍ​ຄ້ານກູ້​ຊາດກຳປູ​ເຈຍ CNRP ຂອງ​ທ່ານ Sam Rainsy ພວມ​ນາບ​ຂູ່​ຈະ​ຈັດ​ຕັ້ງ “ການ​ແຫ່​ຂະ​ບວນປະ​ທ້ວງ​ຂັ້ນ​ໃຫຍ່” ​ໃນ​ວັນ​ທີ 07 ກັນຍາ ຈະ​ມາ​ເຖິງ ​ເພື່ອ​ຄັດ​ຄ້ານໝາກຜົນ​ການ​ເລືອກ​ຕັ້ງ.