ປະຊາຊົນຈີນໃສ່ຜ້າອັດປາດເພື່ອປ້ອງກັນ, ຕ້ານການຕິດແປດເຊື້ອຈຸລະໂລກສາຍພັນໃໝ່
(ພາບ: TTXVN)
|
ວັນທີ 29 ມັງກອນ, ອົງການອານາໄມໂລກ(WHO)ໄດ້ປະກາດວ່າ, ເລື່ອງ ເຊື້ອຈຸລະໂລກສາຍພັນໃໝ່ ທີ່ເກີດຂຶ້ນຢູ່ ນະຄອນ ອູຫັ່ນ (ປະເທດຈີນ) ທີ່ຕິດແປດ ລະຫວ່າງ ຄົນກັບຄົນ ຢູ່ 3 ປະເທດ ເຢຍລະມັນ, ຫວຽດນາມ, ຍີ່ປຸ່ນ ແມ່ນສິ່ງທີ່ໜ້າວິຕົກກັງວົນ ແລະ ວຽກນີ້ຈະໄດ້ຮັບການຕີລາຄາຈາກບັນດານັກຊ່ຽວຊານ ຂອງ WHO ເມື່ອຈັດກອງປະຊຸມກຸ່ມອີກຄັ້ງໜຶ່ງເພື່ອພິຈາລະນາວ່າ ຈະປະກາດ ສະພາບການສຸກເສີນທົ່ວໂລກຫຼືບໍ່?
ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ Geneva ພາຍຫຼັງການຢ້ຽມຢາມຈີນ ມາເປັນເວລາ 2 ວັນ, ເມື່ອໄດ້ຖາມກ່ຽວກັບເລື່ອງ ເຫັນດີເປັນເອກະພາບສົ່ງ ກຸ່ມນັກຊ່ຽວຊານສາກົນໄປຍັງຈີນ, ທ່ານ Tedros Adhanom Ghereyesus ຜູ້ອຳນວຍການໃຫຍ່ WHO ໃຫ້ຮູ້ວ່າກຸ່ມນີ້ລວມມີພະນັກງານ ຂອງ WHO ແລະ ບັນດາປະເທດຕ້ອງ ຍົກມີ “ການປຶກສາຫາລືສອງຝ່າຍ” ເພື່ອສົ່ງນັກຊ່ຽວຊານຂອງຕົນ.