​ພິ​ທີ​ມອບ​ລາງວັນ​ຮອບ​ຊີງ​ຊະ​ນະ​ເລີດ ການ​ແຂ່ງ​ຂັນ “ແມ່​ຍິງ​ Startup, ຜັນ​ຂະ​ຫຍາຍ​ຊັບ​ພະ​ຍາ​ກອນ​ທ້ອງ​ຖິ່ນ” ທົ່ວ​ປະ​ເທດ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 14 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີມອບລາງວັນຮອບຊີງຊະນະເລີດທົ່ວປະເທດ ການແຂ່ງຂັນ “ແມ່ຍິງ Startup, ຜັນຂະຫຍາຍຊັບພະຍາກອນທ້ອງຖິ່ນ” ປີ 2023 ໂດຍສະຫະພັນແມ່ຍິງ ຫວຽດນາມ ຈັດຂຶ້ນ.
​ພິ​ທີ​ມອບ​ລາງວັນ​ຮອບ​ຊີງ​ຊະ​ນະ​ເລີດ ການ​ແຂ່ງ​ຂັນ “ແມ່​ຍິງ​ Startup, ຜັນ​ຂະ​ຫຍາຍ​ຊັບ​ພະ​ຍາ​ກອນ​ທ້ອງ​ຖິ່ນ” ທົ່ວ​ປະ​ເທດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພີທີ

ການແຂ່ງຂັນດັ່ງກ່າວ ແມ່ນການແຂ່ງຂັນຄັ້ງທີ 5 ໂດຍສູນກາງສະຫະພັນແມ່ຍິງ ຫວຽດນາມ ຈັດຂຶ້ນໃນຂອບເຂດ ແຜນຮ່າງ “ໜູນຊ່ວຍແມ່ຍິງ Startup ໄລຍະ 2017 - 2025” ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ອະນຸມັດຜ່ານ ໃນປີ 2017 (ແຜນຮ່າງ 939). ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ພັກ, ລັດ ໄດ້ປະກາດໃຊ້ ແລະ ຜັນຂະຫຍາຍຫຼາຍແຜນນະໂຍບາຍ, ກົນໄກ, ນະໂຍບາຍໜູນຊ່ວຍ, ສົ່ງເສີມການເລີ່ມຕົ້ນ Startup, ນະວັດຕະກຳ ຢ່າງມີປະສິດທິຜົນໃນນັ້ນມີແມ່ຍິງ ໄດ້ກວມເອົາກ່ວາ 50%ປະຊາກອນ, ເກືອບ 48%ກຳລັງແຮງງານຂອງທົ່ວປະເທດ ແລະໄດ້ຮັບການເອົາໃຈໃສ່ແລະ ສ້າງເງື່ອນໄຂເປັນພິເສດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:

ດ້ວຍນິດໄສດຸໝັ່ນຂະຫຍັນພຽນ, ມານະອົດທົນ, ສູ້ຊົນບືນຕົວຂຶ້ນ, ດ້ວຍຈິດໃຈອອກແຮງງານທີ່ບໍ່ຮູ້ອິດບໍ່ຮູ້ເມື່ອຍ, ຂະຫຍັນຂັນເຄື່ອນ, ມີການປ່ຽນແປງໃໝ່, ດ້ວຍກຳລັງ ແລະ ຄຸນທາດຂອງແມ່ຍິງ ຫວຽດນາມ, ຂ້າພະເຈົ້າເຊື່ອໝັ້ນວ່າຄວາມສຸດຈິດສຸດໃຈໃນການ Startup ຂອງ ແມ່ຍິງ ທີ່ມີແຜນການເລີ່ມຕົ້ນ Startup ຈະໄດ້ຮັບການແຜ່ຂະຫຍາຍໃນວົງກ້ວາງ, ປະກອບສ່ວນຫຼໍ່ລ້ຽງຄວາມເມົາມົວ, ຄາດຫວັງແຫ່ງນະວັດຕະກຳ ແລະ ການອຸທິດສ່ວນ, ການປະກອບສ່ວນຂອງແມ່ຍິງທຸກຊັ້ນຄົນ. ນັບມື້ນັບຈະມີນັກທຸລະກິດຍິງ, ສະຫະກອງທີ່ອອກຊື່ຂອງແມ່ຍິງຫຼາຍຕື່ມອີກໃນບັນຊີລາຍຊື່ບັນດາໂຄງການເລີ່ມຕົ້ນ Startupທີ່ປະສົບຜົນສຳເລັດຂອງ ຫວຽດນາມ, ຂອງພາກພື້ນ ແລະ ຂອງໂລກ.

ຕອບກັບ