ພັດ​ທະ​ນາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ການ​ຢາ​ໃຫ້​ກາຍ​ເປັນ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ປາຍ​ແຫລມ

Chia sẻ
(VOVWORLD) - ຕອນເຊົ້າວັນທີ 22 ຕຸລາ ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລື ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມ ບາງມາດຕາຂອງກົດໝາຍວ່າດ້ວຍການຢາ. 
ພັດ​ທະ​ນາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ການ​ຢາ​ໃຫ້​ກາຍ​ເປັນ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ປາຍ​ແຫລມ - ảnh 1ບັນດາສະມາຊິກສະພາແຫ່ງຊາດປຶກສາຫາລື, ປະກອບຄຳເຫັນໃສ່ຮ່າງກົດໝາຍ (ພາບ:quochoi.vn)

ຮ່າງກົດໝາຍສະບັບນີ້ແມ່ນໄດ້ປັບປຸງຕາມທິດດັດປັບຮອບດ້ານມາດຕາ 7 ຂອງກົດໝາຍວ່າດ້ວຍການຢາທີ່ພວມປະກາດໃຊ້ໃນປະຈຸບັນ ເພື່ອກຳນົດນະໂຍບາຍລວມຂອງລັດກ່ຽວກັບການຢາ; ກຳນົດນະໂຍບາຍຫນູນຊ່ວຍການລົງທຶນໃນການພັດທະນາອຸດສາຫະກຳການຢາ. ທ່ານ ຫງວຽນເຕີມຮຸ່ງ, ສະມາຊິກສະພາແຫ່ງຊາດ ແຂວງ ບ່າເຣ້ຍ - ຫວູງເຕົ່າ ປະກອບຄຳເຫັນວ່າ:

       “ກ່ຽວກັບການພັດທະນາຂະແຫນງອຸດສາຫະກຳການຢາ ຄວນເພີ່ມເຕີມ, ກຳນົດຢ່າງຈະແຈ້ງບັນດານະໂຍບາຍບຸລິມະສິດກ່ຽວກັບພາສີອາກອນ, ທຶນກູ້ຢຶມ ຫລື ບັນດາໂຄງການໃຫ້ແກ່ບັນດາວິສາຫະກິດລົງທຶນ, ຄົ້ນຄ້ວາພັດທະນາຢຸກຢາໃຫມ່ ພິເສດ ແມ່ນຢຸກຢາເຕັກໂນໂລຊີສູງເພື່ອສາມາດພັດທະນາ ແລະ ແກ້ງແຍ້ງກັບຕະຫລາດສາກົນ. ບັນດານະໂຍບາຍບຸລິມະສິດນີ້ ຈະສົ່ງເສີມວິສາຫະກິດພາຍໃນປະເທດລົງທຶນຢ່າງແຮງເຂົ້າຂົງເຂດນີ້”

ຕາມບັນດາສັນຍາການຄ້າເສລີ, ຫວຽດນາມ ຍັງບໍ່ທັນໃຫ້ຄຳໝັ້ນສັນຍາເປີດປະຕູໃຫ້ແກ່ການຈຳຫນ່າຍຜະລິດຕະພັນການຢາ ແຕ່ກໍ່ບໍ່ຮັກສາສິດເຂົ້າເຖິງຕະຫລາດສຳລັບບັນດານັກລົງທຶນຕ່າງປະເທດໃນຂົງເຂດ logistics ໄດ້.

ຕອບກັບ