ຜູ້ຕິດເຊື້ອ COVID-19 ມີຫລາຍຄົນໄດ້ປອດເຊື້ອ ໄວຣັດ SARS-COV-2 ແລ້ວ

Chia sẻ
(VOVWORLD) - ໄລ່ຮອດຕອນຄ່ຳວັນທີ 21 ມີນາ, ຫວຽດນາມ ໄດ້ມີ 94 ຄົນຕິດເຊື້ອພະຍາດ Covid-19, ໃນນັ້ນ ມີ 17 ຄົນໄດ້ຮັບການປິ່ນປົວຫາຍດີ. ບັນດາຜູ້ຕິດເຊື້ອພະຍາດ Covid-19 ພວມໄດ້ຮັບການແຍກຕົວ, ປິ່ນປົວຢູ່ 11 ຮາກຖານສາທາລະນະສຸກໃນທົ່ວປະເທດ. 

ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ປັດຈຸບັນ, ຜູ້ຕິດເຊື້ອດັ່ງກ່າວສ່ວນຫລາຍມີອາການສຸຂະພາບເປັນປົກກະຕິ, ມີແຕ່ 2 ຄົນທີ່ມີອາການເຈັບໜັກພວມໄດ້ຮັບການປິ່ນປົວຢ່າງຕັ້ງໜ້າ.

ຜູ້ຕິດເຊື້ອ COVID-19 ມີຫລາຍຄົນໄດ້ປອດເຊື້ອ ໄວຣັດ SARS-COV-2 ແລ້ວ - ảnh 1(ພາບປະກອບ / TTXVN)

        ໃນຈຳນວນບັນດາຮາກຖານສາທາລະນະສຸກພວມຮັບ ແລະ ປິ່ນປົວບັນດາຜູ້ຕິດເຊື້ອພະຍາດ Covid-19, ໂຮງໝໍເຂດຮ້ອນສູນກາງພວມປິ່ນປົວໃຫ້ 34 ຄົນ,  (ໃນນັ້ນ ມີ 22 ຄົນເປັນຊາວ ຫວຽດນາມ, 12 ຄົນເປັນຊາວຕ່າງປະເທດ). ຢູ່ໂຮງໝໍແຫ່ງ ນີ້, ມີ 4 ຄົນປອດເຊື້ອເມື່ອວິໄຈ ຄືນ ເທື່ອທີ 1 ມີ 2 ຄົນປອດເຊື້ອເມື່ອວິໄຈ ຄືນ ເທື່ອທີ 2.

        ເລື່ອງວິໄຈຕົວຢ່າງເຊື້ອພະຍາດຂອງຜູ້ຕິດເຊື້ອ Covid-19 ບາງຄົນ ພວມຖືກແຍກຕົວປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກອື່ນ ຄືຢູ່ ເຫວ້, ດ່າໜັງ ແລະ ນະຄອນ ໂຮ່ຈີມິນ ກໍ່ປອດເຊື້ອ ໄວຣັດ SARS-CoV-2 ແຕ່ 1 – 2 ເທື່ອ.

ຕອບກັບ