ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ ລັດ​ຖະ​ບານ​ປະ​ຈຳ​ເດືອນ ເມ​ສາ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ກອງປະຊຸມຄັ້ງນີ້ ເພື່ອແນໃສ່ຕີລາຄາສະພາບການເສດຖະກິດ - ສັງຄົມ ເດືອນ ເມສາ ແລະ 4 ເດືອນຜ່ານມາ, ຕີລາຄາບັນດາຈຸດສຸມ ຂອງວຽກງານຊີ້ນຳ, ບໍລິຫານ, ນຳພາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ ລັດ​ຖະ​ບານ​ປະ​ຈຳ​ເດືອນ ເມ​ສາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ກ່າວຄຳເຫັນທີ່ກອງປະຊຸມ 

ຕອນເຊົ້າວັນທີ 4 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ ລັດຖະບານປະຈຳເດືອນເມສາ. ກອງປະຊຸມເພື່ອແນໃສ່ສຸມໃສ່ປຶກສາຫາລືກ່ຽວກັບສະພາບການພັດທະນາເສດຖະກິດ ສັງຄົມ ເດືອນເມສາ ແລະ 4 ເດືອນຕົ້ນປີ, ທິດທາງ, ໜ້າທີ່ຈຸດສຸມ ໃນເດືອນພຶດສະພາ ແລະ ໄລຍະຈະມາເຖິງ ພ້ອມກັບເນື້ອໃນສຳຄັນຈຳນວນໜຶ່ງ ຄືການປ່ອຍເງິນລົງທຶນ ສາທາລະນະ, 3 ໂຄງການເປົ້າໝາຍແຫ່ງຊາດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ ສະພາບການເສດຖະກິດສັງຄົມເດືອນເມສາ ສືບຕໍ່ມີການຜັນແປ່ທີ່ຕັ້ງໜ້າ, ດີກ່ວາເດືອນມີນາ ແລະ 3 ເດືອນຕົ້ນປີ, ໄລ່ລວມ 4 ເດືອນຕົ້ນປີ 2024 ບັນລຸໄດ້ໝາກຜົນດີກ່ວາເມື່ອທຽບໃສ່ ໄລຍະດຽວກັນປີ 2023 ໃນບັນດາຂົງເຂດເກືອບທັງໝົດ. ໃນນັ້ນ, ເສດຖະກິດ ສືບຕໍ່ຮັກສາທ່າພັດທະນາຢ່າງຕັ້ງໜ້າ ຢູ່ 3 ຂົງເຂດກະສິກຳ, ອຸດສາຫະກຳ ແລະ ການບໍລິການ. ເສດຖະກິດມະຫາພາກ ມີສະຖຽນລະພາບ, ໄພເງິນເຟີ້ ໄດ້ຮັບການຄວບຄຸມ, ຮັບປະກັນບັນດາຄວາມດູນດ່ຽງໃຫຍ່.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຊີ້ແຈ້ງວ່າ ກອງປະຊຸມຄັ້ງນີ້ ເພື່ອແນໃສ່ຕີລາຄາສະພາບການເສດຖະກິດ - ສັງຄົມ ເດືອນ ເມສາ ແລະ 4 ເດືອນຜ່ານມາ, ຕີລາຄາບັນດາຈຸດສຸມ ຂອງວຽກງານຊີ້ນຳ, ບໍລິຫານ, ນຳພາ; ໄຈ້ແຍກ, ຕີລາຄາບັນດາໝາກຜົນທີ່ບັນລຸໄດ້, ຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ບັນດາສາຍເຫດພາວະວິໄສ, ອັດຕະວິໄສ, ເປັນຕົ້ນແມ່ນສາຍເຫດໂດຍການຊີ້ນຳ, ນຳພາ, ບໍລິຫານຕ້ອງໃສ່ໃຈ ເພື່ອຖອດຖອນບົດຮຽນປະສົບການ.

ຕອບກັບ