ເດືອນ​ມະ​ນຸດ​ສະ​ທຳ 2024: ຂົນ​ຂວາຍ​ແຫຼ່ງ​ກຳ​ລັງ​​ຊ່ວຍ​ບັນ​ດາ​ເປົ້າ​ໝາຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

Chia sẻ
(VOVWORLD) - ເດືອນມະນຸດສະທຳ ປີ 2024 ໄດ້ຈັດຂຶ້ນເພື່ອແນໃສ່ປະກອບສ່ວນເຂົ້າໃນການສ້າງປະຊາຄົມແຫ່ງຄວາມເມດຕາ; ພົບເຫັນ, ເຊີດຊູ ແລະ ທະວີຄູນບັນດາຮູບແບບທີ່ດີ, ວິທີການມີປະສິດທິຜົນ ແລະ ແບບຢ່າງດີເດັ່ນ ໃນບັນດາການເຄື່ອນໄຫວ ເດືອນມະນຸດສະທຳ ແລະ ເດືອນກຳມະກອນໃນວົງກວ້າງ. 
ເດືອນ​ມະ​ນຸດ​ສະ​ທຳ 2024: ຂົນ​ຂວາຍ​ແຫຼ່ງ​ກຳ​ລັງ​​ຊ່ວຍ​ບັນ​ດາ​ເປົ້າ​ໝາຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ - ảnh 1ມອບຂອງຂວັນໃຫ້ແກ່ຄອບຄົບປະສົບກັບຄວາມຫຍຸ້ງຍາກ (ພາບ: nhandan.vn)

ຕອນເຊົ້າວັນທີ 4 ພຶດສະພາ, ສະພາກາແດງ ແຂວງ ເຮົ້າຢາງ ໄດ້ສົມທົບກັບສະຫະພັນແຮງງານແຂວງ, ຄະນະກຳມະການປະຊາຊົນ ເມືອງ ຝຸ່ງຮຽບ ຈັດຕັ້ງພິທີປຸກລະດົມເດືອນມະນຸດສະທຳປີ 2024 ດ້ວຍຫົວຂໍ້ “ວິວັດທະນາການມະນຸດສະທຳ - ມອບຮັບຄວາມຮັກແພງ”, ສະເຫຼີມສະຫຼອງ ວັນສະພາກາແດງ ແລະ ຊີກວົງເດືອນແດງ ສາກົນ ຄືວັນທີ 8 ພຶດສະພາ. ເດືອນມະນຸດສະທຳ ປີ 2024 ໄດ້ຈັດຂຶ້ນເພື່ອແນໃສ່ປະກອບສ່ວນເຂົ້າໃນການສ້າງປະຊາຄົມແຫ່ງຄວາມເມດຕາ; ພົບເຫັນ, ເຊີດຊູ ແລະ ທະວີຄູນບັນດາຮູບແບບທີ່ດີ, ວິທີການມີປະສິດທິຜົນ ແລະ ແບບຢ່າງດີເດັ່ນ ໃນບັນດາການເຄື່ອນໄຫວ ເດືອນມະນຸດສະທຳ ແລະ ເດືອນກຳມະກອນໃນວົງກວ້າງ. ເນື່ອງໃນໂອກາດນີ້, ບັນດາອົງການຈັດຕັ້ງ, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນ ໄດ້ອຸປະຖຳເງິນເກືອບ 100.000 USD ໃຫ້ແກ່ ວຽກງານສະຫວັດດີການສັງຄົມ ຂອງແຂວງ. ກ່ອນໜ້ານັ້ນ, ໃນວັນທີ 3 ພຶດສະພາຢູ່ຕາແສງ ໂທງທູ, ເມືອງ ເກຟອງ, ສະພາກາແດງ ແຂວງ ເງະອານ ໄດ້ສົມທົບກັບຄະນະກຳມະການ ປະຊາຊົນເມືອງ ເກຟອງ ຈັດຕັ້ງພິທີປຸກລະດົມ ເດືອນມະນຸດສະທຳ ປີ 2024.

ຕອບກັບ