WHO ເປີດຊຸດຮຽນທາງອອນລາຍດ້ວຍພາສາ ຫວຽດ ກ່ຽວກັບຫົວຂໍ້ປິ່ນປົວ ພະຍາດ COVID-19

Chia sẻ
(VOVWORLD) - ຫ້ອງການຕາງ ໜ້າອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ຫາກໍ່ປະກາດແຜນການຈັດຕັ້ງ 2 ຊຸດຮຽນທາງອອນລາຍດ້ວຍພາສາ ຫວຽດ ກ່ຽວກັບຫົວຂໍ້ການປິ່ນປົວພະຍາດ Covid-19, ດ້ວຍຈຸດປະສົງເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ອ່ານ ຄົນຫວຽດນາມ ໄດ້ສຳຜັດ ກັບບັນດາຂໍ້ມູນຂ່າວສານໃໝ່, ບັນດາເອກະສານວິທະຍາສາດທີ່ມີພະຍານຫຼັກຖານຢ່າງແໜ້ນໜາ ກ່ຽວກັບໂລກລະບາດ Covid-19.
WHO ເປີດຊຸດຮຽນທາງອອນລາຍດ້ວຍພາສາ ຫວຽດ ກ່ຽວກັບຫົວຂໍ້ປິ່ນປົວ ພະຍາດ COVID-19 - ảnh 1 (ພາບປະກອບ/chinhphu.vn)

        2 ຊຸດຮຽນດັ່ງກ່າວ ຄາດວ່າຈະເປີດໃນທ້າຍເດືອນ ມີນາ ປີ 2020 ໂດຍບໍ່ເສຍຄ່າ  ເຊິ່ງອະນຸຍາດໃຫ້ທຸກຄົນທີ່ມີຄວາມສົນໃຈເຖິງການປິ່ນປົວ Covid-19 ສາມາດເຂົ້າຫາເຄືອຂ່າຍໄດ້ຢ່າງງ່າຍດາຍ ແລະ ສະດວກດີ.

  ເພື່ອຊອກຮູ້ກ່ຽວກັບ 2 ຊຸດຮຽນດັ່ງກ່າວ ບັນດາທ່ານ ສາມາດເຂົ້າໄປເບິ່ງໃນເວັບໄຊ openwho.org/channels/covid-19-national-languages ຫຼື ຜ່ານພື້ນຖານການຮຽນ ການແພດອອນລາຍ IBSA eLearning for Health ຂອງມະຫາວິທະຍາໄລການແພດ-ການຢາ ຫ໋າຍຟ່ອງ.

ຕອບກັບ