ປະເທດຕ່າງໆເພີ່ມທະວີການໜູນຊ່ວຍອາບຟຣີກາຕາເວັນຕົກປ້ອງກັນ,ຕ້ານໂລກລະບາດEbola
ສະພາບໂລກລະບາດກໍ່ຄືໄພຕິດແປດຢູ່ນະຄອນຫຼວງ Lagos ຍ້ອນປະເທດນີ້ຍັງບໍ່ທັນຮັບມືກັບໂລກລະບາດ Ebola ຈັກເທື່ອ
ຜູ້ອຳນວຍການໃຫຍ່ WHO ທ່ານນາງ Margaret Chan (ຊ້າຍ) ທີ່ການປະຊຸມຂ່າວດ່ວນ
(ພາບ: AFP/TTXVN)
(vovworld) – ຕໍ່ໜ້າໄພອັນຕະລາຍຂອງໂລກລະບາດ Ebola ນັບມື້ນັບແຜ່ລາມອອກສູ່ວົງກ້ວາງ, ນາບຂູ່ຫຼາຍປະເທດໃນໂລກ, ວັນທີ 8/8, ໂຄສົກສູນກວດກາ ແລະ ສະກັດກັ້ນໂລກລະບາດ ອາເມລິກາ ພວມສົ່ງພາລະກອນ ແລະ ວັດຖຸອຸປະກອນ ເຖິງ Nigeria ຍ້ອນເປັນຫ່ວງກັງວົນວ່າ: ສະພາບໂລກລະບາດກໍ່ຄືໄພຕິດແປດຢູ່ນະຄອນຫຼວງ Lagos ຍ້ອນປະເທດນີ້ຍັງບໍ່ທັນຮັບມືກັບໂລກລະບາດ Ebola ຈັກເທື່ອ. ພ້ອມກັນນັ້ນ, ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Philip Hammond ໄດ້ໂຮມປະຊຸມຂອງຄະນະກຳມະການສະພາວະສຸກເສີນຂຶ້ນກັບລັດຖະບານເພື່ອແນໃສ່ຊອກຫາມາດຕະການຮັບມືຢ່າງທັນການ. ລັດຖະບານ ອັງກິດ ກໍ່ປະກາດຈະໜູນຊ່ວຍຈຳນວນເງິນ 3 ລ້ານປອນ (ກ່ວາ 5 ລ້ານ USD) ເພື່ອແນໃສ່ຊ່ວຍຍົກສູງປະສິດທິຜົນຂອງລະບົບສາທາລະນະສຸກ ຢູ່ Sierra Leon ແລະ Liberia, ພ້ອມທັງໜູນຊ່ວຍ WHO, ກອງທຶນເຍົາວະຊົນ ສປຊ (UNICEF) ແລະ ຄະນະກຳມະການໜູນຊ່ວຍສາກົນ (IRC) ສະກັດກັ້ນໂລກລະບາດແຜ່ລາມອອກຢ່າງກ້ວາງຂວາງ. ມາຮອດປະຈຸບັນ, ອັງກິດ ໄດ້ປະກອບຈຳນວນເງິນທັງໝົດ 5 ລ້ານປອນ (ປະມານ 8,5 ລ້ານ USD) ໃຫ້ບັນດາຄວາມມານະພະຍາຍາມລົບລ້າງໂລກລະບາດ Ebola. ຄະນະກຳມະການເອີລົບ ປະກາດໜູນຊ່ວຍຈຳນວນເງິນ 8 ລ້ານ ເອີໂຣຕື່ມອີກ (10,6 ລ້ານ USD) ໃຫ້ແກ່ເຂດອາບຟຣີກາຕາເວັນຕົກ.