ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ເຈີ່ນແທງເໝີນ ຢ້ຽມຢາມບັນດາຮາກຖານສາສະໜາຢູ່ ເກີນເທີ

Chia sẻ
(VOVWORLD) - ທ່ານ ເຈີ່ນແທງເໝີນ ຫວັງວ່າ, ໄລຍະຈະມາເຖິງ, ບັນດາຜູ້ມີຍົກສັກຕຳແໜ່ງສາສະໜາສືບຕໍ່ຂົນຂວາຍພໍ່ແມ່ປະຊາຊົນບັນດາ ເຜົ່າປະຕິບັດແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ...
ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ເຈີ່ນແທງເໝີນ ຢ້ຽມຢາມບັນດາຮາກຖານສາສະໜາຢູ່ ເກີນເທີ - ảnh 1 ທ່ານ ດິງແທງເໝີນ ໄດ້ມອບຂອງຂວັນໃຫ້ ສຳນັກສັງຄະລາດ ເກີນເທີ

ໃນການປະຕິບັດງານຢູ່ບັນດາແຂວງ, ນະຄອນທາງພາກໃຕ້, ວັນທີ 18 ກັນຍາ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເໝີນ ພ້ອມກັບການນຳນະຄອນ ເກີນເທີ ໄດ້ລົງຢ້ຽມຢາມ, ມອບຂອງຂວັນຢູ່ຄະນະບໍລິຫານງານພຸດທະສາສະໜານະຄອນ ເກີນເທີ, ສຳນັກສັງຄະລາດ ເກີນເທີ. ທ່ານ ເຈີ່ນແທງເໝີນ ຫວັງວ່າ, ໄລຍະຈະມາເຖິງ, ບັນດາຜູ້ມີຍົກສັກຕຳແໜ່ງສາສະໜາສືບຕໍ່ຂົນຂວາຍພໍ່ແມ່ປະຊາຊົນບັນດາ ເຜົ່າປະຕິບັດແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກ ແລະ ລັດເປັນຢ່າງດີ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ.

ຕອບກັບ