ປະຕິບັດຄຳໝັ້ນສັນຍາກ່ຽວກັບຂົງເຂດຊັບສິນທາງປັນຍາໃນ EVFTA

Chia sẻ
(VOVWORLD) -ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ວິສາຫະກິດໄດ້ຮັບຟັງການແນະນຳໂດຍສັງເຂບກ່ຽວກັບສັນຍາ EVFTA, ຜົນປະໂຫຍດຍຸດທະສາດ ແລະ ວິວັດການກ້າວໄປເຖິງການໃຫ້ສັດຕະຍາບັນສັນຍາ
ປະຕິບັດຄຳໝັ້ນສັນຍາກ່ຽວກັບຂົງເຂດຊັບສິນທາງປັນຍາໃນ EVFTA - ảnh 1(ທີ່ກອງປະຊຸມກ່ຽວກັບສັນຍາ EVFTA)

ກາລະໂອກາດ ແລະ ສິ່ງທ້າທາຍສຳລັບຫວຽດນາມ ເມື່ອປະຕິບັດຄຳໝັ້ນສັນຍາກ່ຽວກັບຊັບສິນທາງປັນຍາໃນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA); ຜົນກະທົບຂອງຄຳໝັ້ນສັນຍາສຳລັບສາຫະກິດ ແລະ ເຮັດແນວໃດເພື່ອປະຕິບັດສັນຍານີ້ຢ່າງມີປະສິດທິຜົນ. ນີ້ແມ່ນບັນດາເນື້ອໃນເຊິ່ງໄດ້ປຶກສາຫາລືທີ່ກອງປະຊຸມສຳມະນາ “ສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA), ບາງຄຳໝັ້ນສັນຍາສຳຄັນກ່ຽວກັບຊັບສິນທາງປັນຍາ ແລະ ບັນດາສິ່ງທີ່ຕ້ອງສົນໃຈ” ດຳເນີນໃນຕອນເຊົ້າວັນທີ 27 ສິງຫາ, ຢູ່ຮ່າໂນ້ຍ. ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ງຕວ໊ນແອງ ແລະ ທ່ານລັດຖະມົນຕີກະຊວງວິທະຍາສາດ - ເຕັກໂນໂລຊີ ຈູງອັກແອງ ເປັນປະທານຮ່ວມ.

        ທີ່ກອງປະຊຸມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ວິສາຫະກິດໄດ້ຮັບຟັງການແນະນຳໂດຍສັງເຂບກ່ຽວກັບສັນຍາ EVFTA, ຜົນປະໂຫຍດຍຸດທະສາດ ແລະ ວິວັດການກ້າວໄປເຖິງການໃຫ້ສັດຕະຍາບັນສັນຍາ; ແນະນຳຄຳໝັ້ນສັນຍາກ່ຽວກັບຊັບສິນທາງປັນຍາໃນສັນຍາ EVFTA - ກາລະໂອກາດສຳລັບຫວຽດນາມ… ພ້ອມກັນນັ້ນ, ໄດ້ຍົກອອກບັນດາຄຳຕັກເຕືອນກ່ຽວກັບບັນດາຄຳໝັ້ນສັນຍານັ້ນ, ພິເສດແມ່ນບັນດາຂໍ້ກຳນົດກ່ຽວກັບຮົ້ວກີດຂວາງດ້ານເຕັກນິກໃນການຄ້າ. ເມື່ອເຕື້ອງເຖິງບັນຫາຊັບສິນທາງປັນຍາໃນສັນຍາ EVFTA, ທ່ານລັດຖະມົນຕີກະຊວງວິທະຍາສາດ - ເຕັກໂນໂລຊີ ຈູງອັກແອງ, ໃຫ້ຮູ້ວ່າ.

        “ກ່ຽວກັບບັນດາຄຳໝັ້ນສັນຍາຊັບສິນທາງປັນຍາ, ກະຊວງວິທະຍາສາດ - ເຕັກໂນໂລຊີ ພວມສ້າງບັນດາກົດໝາຍວ່າດ້ວຍຊັບສິນທາງປັນຍາໃຫ້ສົມບູນແບບ, ຄາດວ່າຈະຍື່ນສະເໜີຕໍ່ລັດຖະບານໃນເດືອນ ຕຸລາ 2019 ນີ້. ປະຈຸບັນ, ທາງກະຊວງ ກໍ່ໄດ້ສ້າງແຜນຮ່າງເພີ່ມທະວີລະບົບຮົ້ວກີດຂວາງດ້ານການຄ້າໃຫ້ແກ່ຜະລິດຕະພັນສິນຄ້າອຸດສາຫະກຳຮອດປີ 2025 ໃຫ້ສົມບູນແບບ…”

ຕອບກັບ