ປະຊາຊົນລັດເຊຍ ຈະສົນທະນາໂດຍກົງກັບທ່ານປະທານາທິບໍດີ Putin ໃນວັນທີ 16/04

Chia sẻ
​(vovworld) –  ການສົນທະນາ​ໂດຍ​ກົງ​ລະຫວ່າງ​ທ່ານ​ປະທານາທິບໍດີ​ສະຫະ​ພັນ​ລັດ​ເຊຍ Vladimir Putin ກັບ​ປະຊາຊົນ​ລັດ​ເຊຍ ​ໄດ້​ຮັບ​ການ​ປະຕິບັດ​ຜ່ານ​ລະບົບ​ອິນ​ເຕີ​ແນັດ, ກະຈາຍສຽງ, ​ໂທລະພາບ ​ແລະ ອີ​ແມວ.
ປະຊາຊົນລັດເຊຍ ຈະສົນທະນາໂດຍກົງກັບທ່ານປະທານາທິບໍດີ Putin ໃນວັນທີ 16/04 - ảnh 1
(ທ່ານ​ປະທານາທິບໍດີ​ສະຫະ​ພັນ​ລັດ​ເຊຍ Vladimir Putin)

​(vovworld) –  ການສົນທະນາ​ໂດຍ​ກົງ​ລະຫວ່າງ​ທ່ານ​ປະທານາທິບໍດີ​ສະຫະ​ພັນ​ລັດ​ເຊຍ Vladimir Putin ກັບ​ປະຊາຊົນ​ລັດ​ເຊຍ ​ໄດ້​ຮັບ​ການ​ປະຕິບັດ​ຜ່ານ​ລະບົບ​ອິນ​ເຕີ​ແນັດ, ກະຈາຍສຽງ, ​ໂທລະພາບ ​ແລະ ອີ​ແມວ. ນີ​ແມ່ນ​ການ​ເຄື່ອນ​ໄຫວ​​ປະຈຳ​ປີ ​ແລະ ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ປະຊາຊົນ​ລັດ​ເຊຍ. ບັນດາ​ຄຳ​ຖາມ​ຂອງ​ປະຊາຊົນ​ຈະ​ສຸມ​ໃສ່​ເນື້ອ​ໃນ​ທີ່​ເຄັ່ງ​ຮ້ອງ​ຂອງ​ປະ​ເທດ​ຊາດ​ຄື: ການ​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ​ເຮືອນ​ຢູ່; ຜົນ​ກະທົບ​ຈາກ​ການ​ລົງ​ໂທດ​ສຳລັບ​ພື້ນຖານ​ເສດຖະກິດ​ລັດ​ເຊຍ. ບັນດາ​ບັນຫາ​ການ​ເມືອງ ກໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ຫຼາຍ​ຄຳ​ຖາມ​ກ່ຽວຂ້ອງ​ເຖິງ​ຢູ​ແກຼນ.

        ການ​ເຈລະຈາ​ໂດຍ​ກົງ​ກັບ​ປະຊາຊົນ​ໃນ​ປີນີ້ ​ແມ່ນ​ປີ​ທີ 13 ຂອງ​ທ່າ​ນ Putin ຢູ່​ໃນ​ຖາ​ນະ​ຕຳ​ແໜ່​ງສູງ​ສຸດ​ຂອງ​ປະ​ເທດ​ຄື​ປະທານາທິບໍດີ ​ແລະ ນາຍົກລັດຖະມົນຕີ.