ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວາງວິງ ເຂົ້າຮ່ວມການເສັງ VietChallenge 2018 ພາບ:TTXVN) |
ນີ້ແມ່ນຄັ້ງທີ 4 ປຸກລະດົມການເສັງດັ່ງກ່າວ. ພາຍຫລັງການປຸກລະດົມ 3 ຄັ້ງ, VietChallenge ໄດ້ສ້າງຄວາມປະທັບໃຈຢ່າງຕັ້ງໜ້າ ແລະ ໄດ້ຮັບການເຂົ້າຮ່ວມຢ່າງສຸດອົກສຸດໃຈຂອງບັນດາທິມ Startup ຫວຽດນາມ ໃນທົ່ວໂລກ. ມີເອກະສານເຂົ້າຮ່ວມການເສັງທັງໝົດກ່ວາ 500 ຊຸດທີ່ມາຈາກ 21 ປະເທດ. ດ້ວຍພາລະກຳຊ່ວຍຫັນບັນດາແນວຄວາມຄິດດຳເນີນທຸລະກິດໃຫ້ປະກົດຜົນເປັນຈິງ ແນໃສ່ແກ້ໄຂບັນດາສິ່ງທ້າທາຍຂອງພື້ນຖານເສດຖະກິດ ຫວຽດນາມ ແລະ ໂລກ ໃນການປະຕິວັດອຸດສາຫະກຳ 4.0, VietChallenge ໄດ້ເຊື່ອມຕໍ່ບັນດາທິມ Startup ຫວຽດນາມ ກັບຖັນແຖວນັກຊ່ຽວຊານ Startup ຢູ່ ອາເມລິກາ ຢ່າງບໍ່ຢຸດຢັ້ງ, ນຳມາເຊິ່ງບົດຮຽນຕົວຈິງ ເພື່ອໃຫ້ Startup ປະສົບຜົນສຳເລັດໃນສະພາບແວດລ້ອມສາກົນ
VietChallenge ຈະຮັບໃບສະເໜີເຂົ້າຮ່ວມການເສັງຢ່າງເປັນທາງການໃນວັນທີ 15 ພະຈິກ 2018. ໃນໄລຍະເວລາ 9 ເດືອນ, VietChallenge 2019 ຈະເລືອກເອົາທິມຊະນະເລີດດ້ວຍລາງວັນທີ່ມີມູນຄ່າ 25.000 USD.