ປົກປ້ອງພົນລະເມືອງຢູ່ເຂດຖືກຜົນສະທ້ອນຈາກເຊື້ອພະຍາດ Covid-19 ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ ຫວຽດນາມ

Chia sẻ
(VOVWORLD) -  “ປົກປ້ອງພົນລະເມືອງຢູ່ເຂດຖືກຜົນສະທ້ອນຈາກເຊື້ອພະຍາດ Covid-19 ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ ຫວຽດນາມ” ນີ້ແມ່ນຄຳຢືນຢັນຂອງທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ  ໃນຕອນບ່າຍວັນທີ 5 ມີນາ ຢູ່ ຮ່າໂນ້ຍ. 
ປົກປ້ອງພົນລະເມືອງຢູ່ເຂດຖືກຜົນສະທ້ອນຈາກເຊື້ອພະຍາດ Covid-19 ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າຂອງ ຫວຽດນາມ  - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ

ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ກະຊວງການຕ່າງປະເທດ ແລະ ບັນດາອົງການທີ່ຕ່າງໜ້າ ຫວຽດນາມ ໃນຊຸມມື້ຜ່ານມາໄດ້ສືບຕໍ່ເປັນເຈົ້າການ, ຕັ້ງໜ້າຜັນຂະຫຍາຍຫລາຍມາດຕະການ ເພື່ອໜູນຊ່ວຍ ແລະ ປົກປ້ອງພົນລະເມືອງ ຫວຽດນາມ ທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກ ແລະ ທ່ອງທ່ຽວຢູ່ຕ່າງປະເທດ. ພິເສດແມ່ນເຂດທີ່ເກີດໂລກລະບາດ Covid-19; ບັນດາອົງການທີ່ຕ່າງໜ້າ ຫວຽດນາມ ທີ່ປະຈຳຢູ່ຕ່າງປະເທດ ໄດ້ສ້າງໂທລະສັບສາຍດ່ວນ ເພື່ອປົກປ້ອງພົນລະເມືອງ ຫວຽດນາມ ໃນຕະຫລອດ 24 ຊົ່ວໂມງ. ບັນດາອົງການດັ່ງກ່າວ ກໍ່ໄດ້ຕິດຕໍ່ພົວພັນ, ຢື້ຢາມຖາມຂ່າວຕະຫລອດເວລາ ແລະ ຮຽກຮ້ອງໃຫ້ບັນດາອົງການເຈົ້າໜ້າທີ່ປະເທດປະຈຳຖິ່ນ ເອົາໃຈໃສ່, ປິ່ນປົວຢ່າງຕັ້ງໜ້າ; ປັດຈຸບັນ ສຸຂະພາບຂອງພົນລະເມືອງ ຫວຽດນາມ ທີ່ຕິດເຊື້ອ Covid-19 ລ້ວນແຕ່ມີອາການເປັນປົກກະຕິ.

ຕອບກັບ