ບັນດາລັດຖະມົນຕີການຕ່າງປະເທດASEMເຫັນດີເພີ່ມທະວີການພົວພັນຄູ່ຮ່ວມມືເພື່ອສັນຕິພາບແລະພັດທະນາແບບຍືນຍົງ

Chia sẻ
(VOVWORLD) -ຕອນເຊົ້າວັນທີ 21 ພະຈິກ ຢູ່ ສູນກອງປະຊຸມສາກົນ Nay Pyi Taw ປະເທດ ມຽນມາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ເວທີປາໄສການຮ່ວມມື ອາຊີ -ເອີລົບ (ASEM) ຄັ້ງທີ 13 ສືບຕໍ່ມື້ເຮັດວຽກທີສອງ. 
ບັນດາລັດຖະມົນຕີການຕ່າງປະເທດASEMເຫັນດີເພີ່ມທະວີການພົວພັນຄູ່ຮ່ວມມືເພື່ອສັນຕິພາບແລະພັດທະນາແບບຍືນຍົງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບີງມີງ ເຂົ້າຮ່ວມກອງປະຊຸມ

ບັນດາທ່ານລັດຖະມົນຕີ ໄດ້ດຳເນີນວາລະປະຊຸມ “ບັນດາບັນຫາສາກົນ ແລະ ພາກພື້ນ”, ພິເສດແມ່ນບັນດາບັນຫາກ່ຽວຂ້ອງເຖິງສັນຕິພາບ, ຄວາມໝັ້ນຄົງ, ລັດທິກໍ່ການຮ້າຍ, ບໍ່ແຜ່ຂະຫຍາຍອາວຸດລ້າງຜານ, ຄວາມປອດໄພການເດີນທະເລ…

ກອງປະຊຸມໄດ້ຢັ້ງຢືນຄຳໝັ້ນສັນຍາພ້ອມກັນມານະພະຍາຍາມຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ, ຄວາມເສລີດ້ານການຄ້າ.

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ຢືນຢັນ: ຫວຽດນາມ ສະຫນັບສະຫນູນທຸກຄວາມມານະພະຍາຍາມຂອງປະຊາຄົມສາກົນ ສອດຄ່ອງກັບກົດບັດ ສປຊ ແລະ ກົດໝາຍສາກົນ ເພື່ອຊອກຫາມາດຕະການແກ້ໄຂບັນດາການປະທະກັນ ແລະ ຄວາມຂັດແຍ້ງຢູ່ ຕາເວັນອອກກາງ, ອາຟຼິກາ, ອາຊີ ... ໂດຍສັນຕິ ແລະ ຄວາມໝັ້ນຄົງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ເນັ້ນຫນັກວ່າ: ຫວຽດນາມ ແລະ ບັນດາປະເທດ ອາຊຽນ ໄດ້ ແລະ ພວມສົມທົບກັນຢ່າງແຫນ້ນແຟ້ນກັບປະຊາຄົມສາກົນ, ໃນນັ້ນ ມີບັນດາສະມາຊິກ ASEM ເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນ ຢູ່ ທະເລຕາເວັນອອກ. ຫວຽດນາມ ຊົມເຊີຍ ເລື່ອງ ອາຊຽນ ແລະ ຈີນ ຮັບຮອງເອົາກອບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ແລະ ເລື່ອງເລີ່ມຕົ້ນການເຈລະຈາ COC ຢ່າງແທດຈິງ ແລະ ມີປະສິດທິຜົນ. ໂດຍແມ່ນສະມາຊິກ ຕັ້ງຫນ້າ, ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ສົມທົບກັບບັນດາສະມາຊິກ ASEM ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ຢູ່ ອາຊີ - ປາຊີຟິກ ແລະ ໃນທົ່ວໂລກ.

ຕອນທ່ຽງວັນດຽວກັນ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ASEM ຄັ້ງທີ 13 ສິ້ນສຸດລົງ ແລະ ຮັບຮອງເອົາຖະແຫລງການປະທານ ດ້ວຍຫລາຍຄຳຕັດສິນສຳຄັນ, ສົ່ງສານຢ່າງແຮງຂອງບັນດາສະມາຊິກ ASEM ກ່ຽວກັບຄວາມຕັດສິນໃຈເພີ່ມທະວີການພົວພັນຄູ່ຮ່ວມມື້ ອາຊີ - ເອີລົບ ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ, ພ້ອມທັງກຳນົດທິດໃຫ້ການຮ່ວມມືຂອງເວທີປາໄສໃນໄລຍະຈະມາເຖິງ.

ຕອບກັບ