ບັນດາປະເທດ ນາໂຕ ຍົກອອກແນວຄວາມຄິດ “ຮົ້ວສະກັດກັ້ນວັດຖຸບິນບໍ່ມີຄົນຂັບ”

Chia sẻ
(VOVWORLD) - ລັດຖະມົນຕີກະຊວງພາຍໃນລິດວາ ໃຫ້ຮູ້ວ່າ “ກຳແພງສະກັດກັ້ນວັດຖຸບິນບໍ່ມີຄົນຂັບ” ຍາວຈາກນອກແວ ຮອດໂປໂລຍ ແມ່ນວຽກງານສາມາດປະຕິບັດໄດ້, ດ້ວຍຈຸດໝາຍແມ່ນນຳໃຊ້ວັດຖຸບິນບໍ່ມີຄົນຂັບ ແລະ ບັນດາເຕັກໂນໂລຊີອື່ນໆເພື່ອປົກປ້ອງຊາຍແດນ. 
ບັນດາປະເທດ ນາໂຕ ຍົກອອກແນວຄວາມຄິດ “ຮົ້ວສະກັດກັ້ນວັດຖຸບິນບໍ່ມີຄົນຂັບ” - ảnh 1ເຮືອບິນບໍ່ມີຄົນຂັບ (UAV)
(ພາບ: AFP/TTXVN)

6 ປະເທດຂຶ້ນກັບອົງການສົນທິສັນຍາອັດລັງຕິກເໜືອ (NATO) ຈະສ້າງຕັ້ງ “ຮົ້ວສະກັດກັ້ນວັດຖຸບິນບໍ່ມີຄົນຂັບ” ເພື່ອປ້ອງກັນຊາຍແດນຂອງບັນດາປະເທດນີ້. ວັນທີ 24 ພຶດສະພາ,  ທ່ານນາງ Agne Bilotaite, ລັດຖະມົນຕີກະຊວງພາຍໃນ ລິດວາ ປະກາດແຜນການນີ້ພາຍຫຼັງການເຈລະຈາກັບຄູ່ຕຳແໜ່ງຂອງ 5 ປະເທດສະມາຊິກ NATO, ແມ່ນ: ແອດໂຕນີ, ລິດວາ, ແຟງລັງ, ນອກແວ ແລະ ໂປໂລຍ. ລັດຖະມົນຕີກະຊວງພາຍໃນລິດວາ ໃຫ້ຮູ້ວ່າ “ກຳແພງສະກັດກັ້ນວັດຖຸບິນບໍ່ມີຄົນຂັບ” ຍາວຈາກນອກແວ ຮອດໂປໂລຍ ແມ່ນວຽກງານສາມາດປະຕິບັດໄດ້, ດ້ວຍຈຸດໝາຍແມ່ນນຳໃຊ້ວັດຖຸບິນບໍ່ມີຄົນຂັບ ແລະ ບັນດາເຕັກໂນໂລຊີອື່ນໆເພື່ອປົກປ້ອງຊາຍແດນ. ຕາມນັ້ນແລ້ວ, ບັນດາປະເທດເຂົ້າຮ່ວມຈະນຳໃຊ້ວັດຖຸບິນບໍ່ມີຄົນຂັບ ເພື່ອຕິດຕາມເຂດຊາຍແດນຂອງແຕ່ລະປະເທດ. ຄຽງຄູ່ກັບການສ້າງຮົ້ວສະກັດກັ້ນດັ່ງກ່າວ, ບັນດາປະເທດນີ້ກໍ່ຜັນຂະຫຍາຍບັນດາວັດຖຸຕ້ານວັດຖຸບິນບໍ່ມີຄົນຂັບເພື່ອປ້ອງກັນເຂດຊາຍແດນ. ແຕ່ທ່ານນາງ Bilotaite ບໍ່ໃຫ້ຮູ້ເວລາໃດແຜນການນີ້ຈະໄດ້ຜັນຂະຫຍາຍ.

ຕອບກັບ