ນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກຢູ່ແຂວງ ຕຽນຢາງ

Chia sẻ

ນາຍົກລັດຖະມົນຕີ Nguyen Tan Dung ​ເຮັດ​ວຽກ​ຢູ່​ແຂວງ ຕຽນ​ຢາງ

ນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກຢູ່ແຂວງ ຕຽນຢາງ - ảnh 1

ນາຍົກລັດຖະມົນຕີ Nguyen Tan Dung ​ເຮັດ​ວຽກ​ຢູ່​ແຂວງ ຕຽນ​ຢາງ

(ພາບ: chinhphu.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 19/5, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ລັດຖະບານ​ໄດ້​​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ແຂວງ ຕຽນ​ຢາງ ກ່ຽວ​ກັບ​ສະພາບ​ການປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງ​ຄົ​ມ​ໄລຍະ 4 ​ເດືອນ​ຕົ້ນ​ປີ, ​ເປັນ​ເອກະພາບ​ການ​ກຳນົດ​ທິດ ​ແລະ ບັນດາ​ມາດ​ຕະການ​ຈຸດ​ສຸມ ສຸມ​ໃສ່​ບໍລິຫານ​ໃນ​ໄລຍະ​ຈະ​ມາ​ເຖິງ. ສະຫຼຸບ​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຊີ້​ແຈງ​ວ່າ: ຢາກ​ພັດທະນາ​ໄວ ​ແລະ ຍືນ​ຍົງ, ກ້າວ​ຂຶ້ນສູ່​ການ​ຫັນ​​ປະ​ເທດ​ເປັນ​ປະ​ເທດ​ອຸດສາຫະກຳ, ທັນ​ສະ​ໄໝ ຕ້ອງ​ສຸມ​ໃສ່​ 3 ບາດກ້າວ​ບຸກທະລຸ​ນັ້ນ​​ແມ່ນ: ພື້ນຖານ​ໂຄງ​ລ່າງ, ​ແຫຼ່ງຊັບພະຍາກອນ​ມະນູ​ດ ​ແລະ ກົນ​ໄກ​ເສດຖະກິດ​ການ​ຕະຫຼາດ​ປຸກ​ລະດົມ​ບັນດາ​ແຫຼ່ງກຳລັງ​ເພື່ອ​ພັກ​ທະນາ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກ່າວ​ວ່າ:

“ປະຈຸ​ບັນ​ບັນຫາ​ເຄັ່ງຮ້ອນ​ກ່ວາ​ໝູ່​ກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ​ບໍ່​ພຽງ​ແຕ່​​ແມ່ນຂອງ​ແຂວງ ຕຽນ​ຢາງ ​ເທົ່າ​ນັ້ນ ​ຫາກ​ຍັງ​ຂອງ​ທົ່ວ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ກ່ຽວ​ກັບ​ການ​ຂົນ​ສົ່ງ​ທາງ​ນ້ຳ ​ແມ່ນ​ຄອງ​ ​ເຈີ້​ງ້າວ - ຄອງ​ດັ່ງກ່າວ​ຄື​ດັ່ງຄອງ​ ຊູ​ເອ ຂອງ ອີ​ຢິບ. ສິນຄ້າ​ທັງ​ໝົດ​ທີ່​ຂົນ​ສົ່ງ​ຈາກ​ນະຄອນ ​ໂຮ່ຈີ​ມິນ ​ໄປ​ຍັງເຂດ​ທົ່ວ​ພຽງ​ແມ່​ນ້ຳຂອງ​ລ້ວນ​ແຕ່​ຕ້ອງ​ຜ່ານ​ຄອງ​ ​ເຈີ້​ງ້າວ ​ແລະ ບໍ່​ມີ​ຄອງ​​ແຫ່ງ​ໃດ​ໃນ​ເຂດ​ສາມາດ​ຂົນ​ສົ່ງ​ສິນ​ຄ້າ​ໄດ້​ຫຼາຍ​ຄື​ແນວ​ນັ້ນ. ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຮັບຜິດຊອບ​ພ້ອມ​ກັບ​ກະຊວງ​ຄົມມະນາຄົມ, ກະຊວງ​ການ​ເງິນ ຄິດ​ໄລ່​ຈັດ​ແບ່ງ​ທຶນ​ຮອດ​ປີ 2015 ​​ແມ່ນ​ຕ້ອງແກ້​ໄຂ, ລົງທຶນ, ຍົກ​ລະດັບ​ຄອງ​ ​ເຈີ້​ງ້າວ​ໂດ​ຍພື້ນຖານ”