ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄປ​ຢ້ຽມ​ຢາມ ສ​ປ​ປ.ເກົາຫຼີ

Chia sẻ
(VOVWORLD) - ໂດຍຕອບຮັບຄຳເຊື້ອເຊີນຂອງການນຳ ສປປ.ເກົາຫຼີ Kim Jong Un, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໄປຢ້ຽມຢາມ ສປປ.ເກົາຫຼີ ໃນ 2 ວັນ, ເລີ່ມແຕ່ວັນທີ 18 ມິຖຸນາ
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄປ​ຢ້ຽມ​ຢາມ ສ​ປ​ປ.ເກົາຫຼີ - ảnh 1ການນຳ ສປປ.ເກົາຫຼີ Kim Jong Un ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin(ພາບ: Reuters)

ວັນທີ 17 ມິຖຸນາ, ສຳນັກງານຂ່າວສານ TASS ລົງຂ່າວ: ວັງ Kremlin ໄດ້ແຈ້ງໃຫ້ຊາບວ່າ ໂດຍຕອບຮັບຄຳເຊື້ອເຊີນຂອງການນຳ ສປປ.ເກົາຫຼີ Kim Jong Un, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໄປຢ້ຽມຢາມ ສປປ.ເກົາຫຼີ ໃນ 2 ວັນ, ເລີ່ມແຕ່ວັນທີ 18 ມິຖຸນາ.  ໃນເດືອນກັນຍາປີ 2023, ການນຳ Kim Jong Un ໄດ້ໄປຢ້ຽມຢາມ ລັດເຊຍຢ່າງເປັນທາງການ ແລະ ສະຫະພັນ ລັດເຊຍ ກໍ່ເປັນປະເທດທຳອິດເຊິ່ງການນຳສປປ.ເກົາຫຼີ ໄປຢ້ຽມຢາມນັບແຕ່ພາຍຫຼັງພະຍາດໂຄວິດ - 19. ໃນໄລຍະຢ້ຽມຢາມເຂດຕາເວັນອອກໄກ ລັດເຊຍ, ການນຳ Kim Jong Un ໄດ້ເຊື້ອເຊີນທ່ານປະທານາທາບໍດີ Putin ໄປຢ້ຽມຢາມ ສປປ.ເກົາຫຼີ ໃນຈຸດເວລາເໝາະສົມທີ່ສຸດ.

ຕອບກັບ