ທ່ານປະທານາທິບໍດີອາເມລິກາ Donald Trump (ພາບ: TTXVN)
|
ເມື່ອແບ່ງປັນໃນສື່ສັງຄົມອອນລາຍ Twitter ສ່ວນຕົວ, ທ່ານ D.Trump ໃຫ້ຮູ້ວ່າ, ໃນບັນດາຂໍ້ສະເໜີທີ່ພວມໄດ້ຮັບການພິຈາລະນານັ້ນ, ມີທັງວິທີການທີ່ ວໍຊິງຕັນ ຈະອຸປະຖຳໃຫ້ແກ່ WHO ບ້ວງເງິນທຽບເທົ່າກັບ 10% ຂອງລະດັບທີ່ອຸປະຖຳກ່ອນນີ້. ເຖິງຢ່າງໃດກໍ່ຕາມ, ທ່ານ D.Trump ໄດ້ເນັ້ນໜັກວ່າ, ປະຈຸບັນຍັງບໍ່ທັນໄດ້ອອກຄຳຕົກລົງສຸດທ້າຍ ແລະ ທຸກການເຄື່ອນໄຫວອຸປະຖຳຂອງອາເມລິກາ ທີ່ສະຫງວນໃຫ້ WHO ຍັງຖືກ “ຢຸດຕິ”.