ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທງ​ເໝິນ ຕ້ອນ​ຮັບ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

Chia sẻ
(VOVWORLD) -  ໃນການຢ້ຽມຢາມ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45, ຕອນບ່າຍວັນທີ 17 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ໃຫ້ການຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດ ລາວ ທອງສິງ ທຳມະວົງ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທງ​ເໝິນ ຕ້ອນ​ຮັບ​ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ - ảnh 1ການຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດ ລາວ ທອງສິງ ທຳມະວົງ (ພາບ: VOV5)

ທີ່ການຕ້ອນຮັບ, ທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດ ລາວ ທອງສິງ ທຳມະວົງ ຕີລາຄາສູງຕໍ່ເລື່ອງສະພາແຫ່ງຊາດ ຫວຽດນາມ ທີ່ໄດ້ປະຕິບັດສຳເລັດວຽກງານສ້າງກົດໝາຍສະບັບຕ່າງໆທີ່ມີຄຸນນະພາບ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການພັດທະນາເສດຖະກິດ - ສັງຄົມ, ເຮັດໃຫ້ປະເທດຊາດ ຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງກວ່າ.

        ສ່ວນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເນັ້ນໜັກວ່າ ພັກ, ລັດ ຫວຽດນາມ ຍາມໃດກໍໃຫ້ບຸລິມະສິດສູງສຸດ ແລະ ຖືການພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເປັນສຳຄັນ; ທ່ານກໍຢັ້ງຢືນການສະໜັບສະໜູນຢ່າງແຮງ ແລະ ຮອບດ້ານຂອງ ຫວຽດນາມ ຕໍ່ພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາປະເທດ ລາວ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ປາດຖະໜາວ່າ ທ່ານອະດີດນາຍົກລັດຖະມົນຕີ, ອະດີດປະທານສະພາແຫ່ງຊາດ ລາວ ທອງສິງ ທຳມະວົງ ຈະສືບຕໍ່ສະໜັບສະໜູນ ແລະ ປະກອບຄຳເຫັນໃສ່ການປັບປຸງ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດເລິກເຊິ່ງກວ່າອີກ.

 

ຕອບກັບ