ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ໃຫ້​ແມ່​ຍິງ ຫວຽດ​ນ​າມ ສາ​ມັກ​ຄີ, ສູ້​ຊົນ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ

Chia sẻ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍປາດຖະໜາວ່າ ບັນດານັກສຶກສາ, ສຳມະນາກອນຂອງສະຖາບັນ ສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນພາລະກິດພັດທະນາແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງ-ຊາຍເວົ້າສະເພາະ ແລະ ການພັດທະນາປະເທດຊາດເວົ້າລວມ.


ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ໃຫ້​ແມ່​ຍິງ ຫວຽດ​ນ​າມ ສາ​ມັກ​ຄີ, ສູ້​ຊົນ​ເພື່ອ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ເນື່ອງໃນໂອກາດວັນແມ່ຍິງ ຫວຽດນາມ (ວັນທີ 20 ຕຸລາ), ຕອນບ່າຍວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢ້ຽມຢາມສະຖາບັນແມ່ຍິງ ຫວຽດນາມ, ພົບປະກັບພະນັກງານສະຫະພັນແມ່ຍິງ ຫວຽດນາມ ແລະ ຄູອາຈານ, ນັກສຶກສາ, ສຳມະນາກອນຂອງສະຖາບັນ.

        ກ່າວຄຳເຫັນໃນການພົບປະ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດແຫ່ງການບຸກບືນຂອງຊາດ, ສະເໜີໃຫ້ແມ່ຍິງຫວຽດນາມ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີໃຫ້ຫຼາຍກວ່າອີກ; ຍາມໃດກໍສາມັກຄີ, ຮ່ວມແຮງຮ່ວໃຈ, ພ້ອມກັບທົ່ວປະເທດມານະພະຍາຍາມສູ້ຊົນປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ທີ່ໄດ້ວາງອອກຢ່າງມີໄຊ. ທ່ານກໍປາດຖະໜາວ່າ ບັນດານັກສຶກສາ, ສຳມະນາກອນຂອງສະຖາບັນ ສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນພາລະກິດພັດທະນາແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງ-ຊາຍເວົ້າສະເພາະ ແລະ ການພັດທະນາປະເທດຊາດເວົ້າລວມ.

ຕອບກັບ