ກອງ​ທັບ​ອິດ​ສະ​ລາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ລີ​ບັງ

Chia sẻ
(VOVWORLD) - ນັບແຕ່ເວລາຈັດສົ່ງທະຫານບົກບຸກໂຈມຕີ ກຳລັງ Hezbollah ຢູ່ ທາງທິດໃຕ້ລີບັງ ໃນຕອນຄ່ຳວັນທີ 30 ກັນຍາ, ກອງທັບອິດສະລາແອັນ ໄດ້ຖືກກ່າວຫາເປັນຫຼາຍຄັ້ງວ່າ ຍິງປືນບຸກໂຈມຕີເລັ່ງໃສ່ຄະນະປະຕິບັດການຮັກສາສັນຕິພາບ ສປຊແບບເຊິ່ງໜ້າ. 
ກອງ​ທັບ​ອິດ​ສະ​ລາ​ແອັນ ສືບ​ຕໍ່​ບຸກ​ໂຈມ​ຕີ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ລີ​ບັງ - ảnh 1ທະຫານບົ, ລົດຖັງ ອິດສະລາແອັນ ມີການເຄື່ອນໄຫວຢູ່ທາງທິດໃຕ້ ລີບັງ (ພາບ: IDF)

ວັນທີ 16 ຕຸລາ, ໃນສື່ສັງຄົມ X,  ຄະນະປະຕິບັດການຮັກສາສັນຕິພາບ ສປຊ ຢູ່ລີບັງ (UNIFIL) ໄດ້ມີການຖະແຫຼງການຢ່າງເປັນທາງການວ່າ ລົດຖັງຄັນໜຶ່ງຂອງກຳລັງປ້ອງກັນຕົວ ອິດສະລາແອັນ (IDF) ໄດ້ຍິງໃສ່ ຫໍຍາມແຫ່ງໜຶ່ງຂອງ UNIFIL ຢູ່ສະຖານທີ່ໃກ້ກັບເທດສະບານ Kafer Kela, ທາງທິດໃຕ້ລີບັງໃນຕອນເຊົ້າວັນດຽວກັນ. UNIFIL ຢັ້ງຢືນວ່ານີ້ແມ່ນການກະທຳບຸກໂຈມຕີແບບເຊິ່ງໜ້າ ແລະ ມີຈຸດປະສົງຢ່າງຈະແຈ້ງແມ່ນເລັ່ງໃສ່ກຳລັງນີ້. ປັດຈຸບັນ, ກອງທັບອິດສະລາແອັນ ຍັງບໍ່ທັນຍົກອອກມາບໍ່ວ່າຄຳເຫັນໃດ. ນັບແຕ່ເວລາຈັດສົ່ງທະຫານບົກບຸກໂຈມຕີ ກຳລັງ Hezbollah ຢູ່ ທາງທິດໃຕ້ລີບັງ ໃນຕອນຄ່ຳວັນທີ 30 ກັນຍາ, ກອງທັບອິດສະລາແອັນ ໄດ້ຖືກກ່າວຫາເປັນຫຼາຍຄັ້ງວ່າ ຍິງປືນບຸກໂຈມຕີເລັ່ງໃສ່ຄະນະປະຕິບັດການຮັກສາສັນຕິພາບ ສປຊແບບເຊິ່ງໜ້າ. ຫາງສຽງສາກົນ, ພິເສດແມ່ນບັນດາປະເທດໄດ້ຈັດສົ່ງກຳລັງເຂົ້າຮ່ວມຄະນະ UNIFIL ໄດ້ກ່າວປະນາມ ແລະ ຄັດຄ້ານການກະທຳຂອງ ອິດສະລາແອັນ. ຄັ້ງຫຼັງສຸດ, ໃນກອງປະຊຸມແບບທາງໄກໂດຍຝລັ່ງ ແລະ ອີຕາລີຈັດຂຶ້ນໃນວັນທີ 16 ຕຸລາ, ລັດຖະມົນຕີກະຊວງປ້ອງກັນປະເທດ 16 ປະເທດເອີລົບ ທີ່ມີນາຍທະຫານເຂົ້າຮ່ວມ UNIFIL, ໄດ້ຮຽກຮ້ອງໃຫ້ກໍ່ຄວາມກົດເດັນດ້ານການເມືອງ ແລະ ການທູດຕໍ່ອິດສະລາອັນຢູ່ລະດັບສູງສຸດ, ເພື່ອສະກັດກັ້ນການບຸກໂຈມຕີເລັ່ງໃສ່ UNIFIL ຄືນໃໝ່. ແລະກໍ່ໃນວັນທີ 16 ຕຸລາ, ລັດຖະບານຝລັ່ງໄດ້ຕັດສິນໃຈຫ້າມບັນດາບໍລິສັດ ອິດສະລາແອັນ ວາງສະແດງ, ແນະນຳຜະລິດຕະພັນຢູ່ງານວາງສະແດງສາກົນກ່ຽວກັບການປ້ອງກັນຊາດ Euronaval ທີ່ໄດ້ຈັດຂຶ້ນຢູ່ຊານເມືອງນະຄອນຫຼວງ ປາຣີ ຍາມຕົ້ນເດືອນພະຈິກຈະມາເຖິງ. ນີ້ແມ່ນຄັ້ງທີ 2 ໃນປີ ທີ່ຝລັ່ງບໍ່ຊົມເຊີຍບັນດາບໍລິສັດອິດສະລາແອັນເຂົ້າຮ່ວມເຫດການປ້ອງກັນຊາດໃຫຍ່. ຫຼັງຈາກນັ້ນ, ສະຖານທູດ ອິດສະລາແອັນ ປະຈຳຝລັ່ງ ໄດ້ອອກຖະແຫຼງການຢັ້ງຢືນວ່າ ສິ່ງນີ້ໄດ້ກໍ່ຜົນສະທ້ອນຕໍ່ການພົວພັນ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຝ່າຍ. ໃນຂະນະນັ້ນ, ໃນສື່ສັງຄົມອອນໄລ X, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະລາແອັນ Yoav Gallant ໄດ້ຄັດຄ້ານຂໍ້ຕົກລົງຂອງປາຣີໃນທັນທີ.

ຕອບກັບ