SCO ຄັດ​ຄ້ານ​ລັດ​ທິ​ອາ​ລັກ​ຂາ, ບັນ​ດາ​ມາດ​ຕະ​ການ​ລົງ​ໂທດແບບ​ພຽງ​ລຳ​ພັງ​ຝ່າຍ​ດຽວ

Chia sẻ
(VOVWORLD) - ຕອນບ່າຍວັນທີ 16 ຕຸລາ, ກອງປະຊຸມຄັ້ງທີ 23 ຂອງສະພາບັນດາປະມູນລັດ ອົງການຮ່ວມມືຊຽງໄຮ້ (SCO) 2024 ໄດ້ອັດລົງຢູ່ນະຄອນຫຼວງ Islamabad ຂອງປາກິດສະຖານ.
SCO ຄັດ​ຄ້ານ​ລັດ​ທິ​ອາ​ລັກ​ຂາ, ບັນ​ດາ​ມາດ​ຕະ​ການ​ລົງ​ໂທດແບບ​ພຽງ​ລຳ​ພັງ​ຝ່າຍ​ດຽວ - ảnh 1ບັນດາການນຳເຂົ້າຮ່ວມກອງປະຊຸມ (ພາບ: THX/TTXVN)

ຜູ້ນຳລັດຖະບານພ້ອມກັບເຈົ້າໜ້າທີ່ອາວຸໂສບັນດາປະເທດ ສະມາຊິກ SCO ໄດ້ລົງນາມໃນຖະແຫຼງການຮ່ວມ ຂອງກອງປະຊຸມ, ໃນນັ້ນໄດ້ຍົກອອກ ແຈ້ງການຮ່ວມ ແລະ ບັນດາຂໍ້ຕົກລົງອື່ນໆທີ່ກ່ຽວຂ້ອງເຖິງການເພີ່ມທະວີການຮ່ວມມືດ້ານເສດຖະກິດ ແລະ ການຄ້າ; ກໍ່ຄືບັນດາຂໍ້ຕົກລົງກ່ຽວກັບການຮັບປະກັນການເຄື່ອນໄຫວຢ່າງມີປະສິດທິຜົນຂອງບັນດາອົງການປະຈຳ SCO. ໃນບົດກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ປາກິດສະຖານ ໄດ້ປະກາດມອບສິດເປັນປະທານສະພາບັນດາປະມຸກລັດ SCO ໃຫ້ແກ່ສະຫະພັນ ລັດເຊຍ. ກອງປະຊຸມຄັ້ງຕໍ່ໄປຂອງສະພາຄາດວ່າຈະດຳເນີນໃນປີ 2025 ຢູ່ລັດເຊຍ.

ຕອບກັບ