ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບທ່ານນາງນາຍົກລັດຖະມົນຕີ ນິວຊີແລນ

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 4 ພະຈິກ, ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ພົບປະກັບທ່ານນາງນາຍົກລັດຖະມົນຕີ ນິວຊີແລນ - ảnh 1 ການພົບປະລະຫວ່າງສອງຝ່າຍ (ພາບ: VGP)

ທີ່ການພົບປະ, ການນໍາສອງທ່ານໄດ້ເຫັນດີເປັນເອກະພາບວ່າ ປີ 2020 ຈະແມ່ນປີທີ່ນໍາການພົວພັນລະຫວ່າງຫວຽດນາມ - ນິວຊີແລນ ແລະ ການພົວພັນລະຫວ່າງ ອາຊຽນ - ນິວຊີແລນ ຂຶ້ນສູ່ລະດັບສູງໃໝ່, ສອງຝ່າຍຕ້ອງສຸມໃສ່ສ້າງເນື້ອໃນໃຫ້ແກ່ບັນດາກອບການພົວພັນໃໝ່. ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Ardern ຕີລາຄາສູງຄວາມຄືບໜ້າອັນຕັ້ງໜ້າຂອງການພົວພັນລະຫວ່າງສອງປະເທດໃນໄລຍະ 45 ປີ ຜ່ານມາ. ສອງຝ່າຍເຫັນດີສືບຕໍ່ພິຈາລະນາສ້າງເງື່ອນໄຂສະດວກເພື່ອສົ່ງອອກສິນຄ້າຂອງແຕ່ລະປະເທດ ເພື່ອແນໃສ່ເພີ່ມວົງເງິນການຄ້າສອງສົ້ນ.

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ສະເໜີ ນິວເຊີແລນ ແບ່ງປັນບົດຮຽນປະສົບການ, ໜູນຊ່່ວຍດ້ານເຕັກນິກ ແລະ ລະບຽບການສໍາລັບບັນດາຜະລິດຕະພັນສິນໃນນໍ້າ, ໝາກໄມ້ຊະນິດຕ່າງໆຂອງຫວຽດນາມ ໄດ້ເຂົ້າຈໍາໜ່າຍຢູ່ບັນດາປະເທດເພື່ອນບ້ານ, ພັດທະນາລະບົບສະບຽງອາຫານສະອາດ.

        ກ່ຽວກັບບັນດາບັນຫາຫຼາຍຝ່າຍ ແລະ ພາກພື້ນ, ນາຍົກລັດຖະມົນຕີສອງທ່ານເຫັນດີເພີ່ມທະວີການຮ່ວມມືໃນບັນດາຂອບເຂດ ອາຊຽນ, ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີີຟິກ (APEC), ເວທີປາໄສຮ່ວມມື ອາຊີ - ເອີຮົບ (ASEM) ແລະ ບັນດາກົນໄກອື່ນ; ຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສິດເສລີ ແລະ ຄວາມປອດໄພໃນການເດີນເຮືອ, ການບິນ ຢູ່ທະເລຕາເວັນອອກ, ແກ້ໄຂບັນດາບັນຫາໂດຍສັນຕິວິທີ  ບົນພື້ນຖານເຄົາລົບກົດໝາຍສາກົນ.

ຕອບກັບ