ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ

Chia sẻ
(VOVWORLD) -  ຕອນເຊົ້າວັນທີ 4 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ Robert O’Brien, ທູດພິເສດຂອງທ່ານປະທານາທິບໍດີ, ຫົວໜ້າຄະນະຜູ້ແທນ ອາເມລິກາ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ແລະ ກອງປະຊຸມຂັ້ນສູງ ອາຊຽນ - ອາເມລິກາ. 
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຕ້ອນຮັບທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ Robert O’Brien, ທູດພິເສດຂອງທ່ານປະທານາທິບໍດີ, ຫົວໜ້າຄະນະຜູ້ແທນ ອາເມລິກາ(ພາບ: TTXVN) 

ທີ່ການຕ້ອນຮັບ, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຕັ້ງໜ້າຂອງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາ, ພ້ອມທັງເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍບັນດາມາດຕະການຊຸກຍູ້ການພົວພັນລະຫວ່າງສອງປະເທດໃນປີ 2020 ໃຫ້ຫຼາຍກວ່າອີກ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ສະເໜີສອງຝ່າຍ ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆໃນປີຈະມາເຖິງ, ສືບຕໍ່ຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ ໃຫ້ເຕີບໂຕບົນພື້ນຖານ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ສ່ວນທ່ານ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ Robert O’Brien ສະແດງຄວາມປາດຖະໜາຂອງປະທານາທິບໍດີ ອາເມລິກາ Donald Trump ແລະ ອໍານາດການປົກຄອງອາເມລິກາ ສືບຕໍ່ເພີ່ມທະວີສາຍພົວພັນກັບ ຫວຽດນາມ ແລະ ອາຊຽນ, ສະໜັບສະໜູນບົດບາດຂອງບັນດາປະເທດ ອາຊຽນ; ຢັ້ງຢືນການສະໜັບສະໜູນສິດເສລີໃນການເດີນເຮືອ, ການບິນ ແລະ ເຄົາລົບກົດໝາຍສາກົນ, ຕີລາຄາສູງຫຼັກໝັ້ນຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນບັນຫາທະເລຕາເວັນອອກ ກໍຄືບັນດາບັນຫາຄວາມໝັ້ນຄົງ ແລະ ເສດຖະກິດໃນພາກພື້ນ. 

ຕອບກັບ