ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ (ຜູ້ທີ 2 ແຕ່ຊ້າຍຫາຂວາ) (ພາບ: TTXVN) |
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ ຊີ້ແຈ້ງວ່າ 15 ປະເທດສະມາຊິກຂອງ ສັນຍາ RCEP ໄດ້ສໍາເລັດວິວັດທະນາການເຈລະຈາດ້ວຍລາຍລັກອັກສອນ, ກໍຄື ສໍາເລັດບັນດາການເຈລະຈາກ່ຽວກັບບັນຫາສໍາຜັດກັບຕະຫຼາດ ໂດຍພື້ນຖານ. ທ່ານ ຫຼີເຄີສຽນ ຊີ້ແຈ້ງວ່າ: “ໂດຍພື້ນຖານແລ້ວ, ພວກຂ້າພະເຈົ້າພ້ອມແລ້ວທີ່ຈະຍູ້ໄວການດໍາເນີນບັນດາການເຈລະຈາກ່ຽວກັບເຂດການຄ້າເສລີ ລະຫວ່າງ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ, ກໍຄື ຕັ້ງໜ້າມຸ່ງໄປສູ່ເປົ້າໝາຍກໍ່ສ້າງປະຊາຄົມເສດຖກິດ ອາຊີຕາເວັນອອກ”.
ການນໍາບັນດາປະເທດ ເຂ້ົາຮ່ວມກອງປະຊຸມສຸດຍອດ ອາຊຽນ + 3 ໄດ້ຕີລາຄາສູງຕໍ່ບາດກ້າວບຸກທະລຸໃນວິວັດທະນາການເຈລະຈາ ສັນຍາ RCEP, ພ້ອມກັນນັ້ນ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະລົງນາມໃນເອກະສານສະບັບດັ່ງກ່າວ ໃນປີ 2020 ເພື່ອຊຸກຍູ້ການແລກປ່ຽນການຄ້າໃນພາກພື້ນ, ສ້າງເງື່ອນໄຂສະດວກ ແລະ ຫັນບັນດາການເຄື່ອນໄຫວລົງທຶນເປັນເສລີ.