ຫາງສຽງຕັ້ງຄວາມຫວັງຕໍ່ປີເປັນປະທານອາຊຽນ 2020 ຂອງຫວຽດນາມ

Chia sẻ
(VOVWORLD) -   ຕອນຄ່ຳວັນທີ 4 ພະຈິກ ຢູ່ ປະເທດໄທ, ຫວຽດນາມໄດ້ຮັບເອົາຕຳແໜ່ງປະທານອາຊຽນ 2020 ຈາກໄທຢ່າງເປັນທາງການ. ນີ້ແມ່ນຄັ້ງທີ 2 ທີ່ຫວຽດນາມໄດ້ແບກຫາບ ຕຳແໜ່ງປະທານອາຊຽນ. ຫວຽດນາມ ໄດ້ຮັບການຕີລາຄາວ່າ ຈະສືບຕໍ່ເສີມຂະຫຍາຍບົດບາດສຳຄັນ ແລະ ຊັກຈູງ ເພີ່ມທະວີລັກສະນະເຊື່ອມຕໍ່ ແລະ ຄວາມຮັບຜິດຊອບໃນອາຊຽນ, ປະກອບສ່ວນເຂົ້າໃນການພັດທະນາຂອງປະຊາຄົມອາຊຽນ
ຫາງສຽງຕັ້ງຄວາມຫວັງຕໍ່ປີເປັນປະທານອາຊຽນ 2020 ຂອງຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຝ້າມບິງມິນ 

ຫາງສຽງສາກົນໄດ້ຕີລາຄາສູງເລື່ອງຫວຽດນາມແບກຫາບພາລະບົດບາດເປັນ ປະທານອາຊຽນໃນປີ 2020 ໃນສະພາບການພາກພື້ນມີການຫັນປ່ຽນຫຼາຍຢ່າງ.

    ທ່ານ ເປເຕ ກິກເກ ຫົວໜ້າຜູ້ຕ່າງໜ້າ ຫ້ອງການກອງທຶນ KAS ຂອງເຢຍລະມັນປະຈຳຫວຽດນາມຖືວ່າ :

     “ ຫວຽດນາມໄດ້ສະແດງໃຫ້ເຫັນບົດບາດທີ່ດີເດັ່ນໃນການກໍ່ສ້າງປະຊາຄົມຢູ່ປະເທດນີ້. ບັນດາບົດຮຽນຂອງຫວຽດນາມ ແນ່ນອນວ່າ ຈະນຳຜົນປະໂຫຍດມາໃຫ້ອາຊຽນ ເມື່ອຫວຽດນາມ ແບກຫາບພາລະບົດບາດເປັນ ປະທານອາຊຽນໃນປີ 2020. ເປັນທີ່ຈະແຈ້ງແລ້ວວ່າ ຫວຽດນາມແມ່ນສະມາຊິກທີ່ຕັ້ງໜ້າໃນບັນດາການເຄື່ອນໄຫວເຊື່ອມໂຍງພາກພື້ນ ແລະ ສາກົນ ”

     ສ່ວນອະດີດລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ມາຕີ ເນຕາເລກາວາ ໄດ້ຢືນຢັນວ່າ :

   “ ຂ້າພະເຈົ້າເຊື່ອໝັ້ນຕໍ່ຫວຽດນາມ ແບກຫາບບົດບາດເປັນປະທານອາຊຽນ 2020. ຂ້າພະເຈົ້າ ແລະ ບັນດານັກຮຽນຮູ້ໄດ້ເຫັນປະຈັກຕາການກະກຽມຢ່າງລອບຄອບຖີ່ຖ້ວນຂອງຫວຽດນາມ ໃຫ້ແກ່ວິວັດການແບກຫາບໜ້າທີ່ນີ້. ສຳລັບຫວຽດນາມແລ້ວ, ບັນຫາ ແມ່ນບໍ່ພຽງແຕ່ ແບກຫາບບົດບາດເປັນປະທານອາຊຽນໃນປີ 2020 ເທົ່ານັ້ນ, ຫາກຍັງ ແບກຫາບບົດບາດນຳພາ ເພາະວ່າ ຄວາມເຊື່ອໝັ້ນ ແລະ ຄວາມຫວັງຕໍ່ຫວຽດນາມ ແມ່ນສູງກວ່າເມື່ອທຽບໃສ່ບາງປະເທດອື່ນໆໃນອາຊຽນ”

ຕອບກັບ