ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຕ້ອນຮັບອະດີດນາຍົກລັດຖະມົນຕີອີຕາລີ

Chia sẻ
ຕອນ​ບ່າຍ​ວັນ​ທີ 9/1, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ ​ໄດ້ໃຫ້ການ​ຕ້ອນຮັບ​ອະດີດ​ນາຍົກລັດຖະມົນຕີສາທາລະນະ​ລັດ ອີຕາລີ
ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຕ້ອນຮັບອະດີດນາຍົກລັດຖະມົນຕີອີຕາລີ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕິ໋ນຢຸງຕ້ອນຮັບອະດີດນາຍົກລັດຖະມົນຕີ
ອີຕາລີ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 9/1, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ ​ໄດ້ໃຫ້ການ​ຕ້ອນຮັບ​ອະດີດ​ນາຍົກລັດຖະມົນຕີສາທາລະນະ​ລັດ ອີຕາລີ Enrico Letta ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ.

ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ ຢືນຢັນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ຈະ​ມາ​ນະພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ ອີ​ຕາ​ລີ ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດນັບ​ມື້​ນັບ​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ ກໍ່​ຫວັງ​ວ່າ ອີ​ຕາ​ລີ ຈະ​ສະໜັບສະໜູນ​ເພື່ອ​ໃຫ້​ສັນຍາ​ການ​ຄ້າ​ເສລີ​ຫວຽດນາມ - ອີ​ຢູ ​ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ​ໂດຍ​ໄວ, ພ້ອມ​ທັງ​ສະໜັບສະໜູນ​ຫຼັກ​ໝັ້ນ​, ທັດສະນະຂອງ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ​ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

​ແລະ ຕອນ​ບ່າຍ​ວັນ​ດຽວ​ກັນ, ​ຢູ່ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ສະມາຄົມມິດຕະພາບ ສ​ເກົາຫຼີ - ຫວຽດນາມ ​ໂດຍ​ທ່ານ Kim Hack-yong, ສະມາຊິກ​ສະພາ​ແຫ່ງ​ຊາດ, ປະທານສະມາຄົມມິດຕະພາບ ສ​ເກົາຫຼີ - ຫວຽດນາມ​ເປັນ​ຫົວໜ້າ​ຄະນະ​ທີ່​ພວມ​ຢ້ຽມຢາມ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​​ ​ໄດ້​ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ທີ່​ແທດ​ຈິງ​ຂອງ ສະມາຄົມມິດຕະພາບ ສ​ເກົາຫຼີ - ຫວຽດນາມ ​ແລະ ຫວັງ​ວ່າ​ສະມາຄົມ​ຈະ​ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ມີ​ປະສິດທິ​ຜົນ​ຕື່ມ​ອີກ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ປະຊາ​ຄົມ​ຊາວ​ຫວຽດນາມ​ທີ່​ພວມ​ຮຳ່ຮຽນ, ທຳ​ມາ​ຫາ​ກິນ ​ແລະ ດຳລົງ​ຊີວິດ​ຢູ່ ສ​ເກົາຫຼີ.