ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະນາກັບການນຳບັນດາກຸ່ມບໍລິສັດແຖວໜ້າຂອງຍີ່ປຸ່ນ

Chia sẻ
(VOVWORLD) -ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ຕອນເຊົ້າວັນທີ 01 ກໍລະກົດ, ຢູ່ນະຄອນຫຼວງໂຕກຽວ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ, ສົນທະນາກັບການນຳບັນດາບໍລິສັດ, ວິສາຫະກິດໃຫຍ່ແຖວໜ້າຂອງຍີ່ປຸ່ນ ໃນຂົງເຂດການເງິນ, ພະລັງງານ, ກໍ່ສ້າງ, ອຸດສາຫະກຳຜະລິດເຄື່ອງຈັກ, logistic, ເຕັກໂນໂລຊີສູງ…

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງສັນຍາ EVFTA ແລະ IPA ລະຫວ່າງຫວຽດນາມ - ສະຫະພາບເອີລົບ ເຊິ່ງຫາກໍ່ໄດ້ຮັບການລົງນາມໃນວັນທີ 30 ມິຖຸນາ ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ເຊິ່ງທັງຫວຽດນາມ ແລະ ຍີ່ປຸ່ນ ລ້ວນແຕ່ເຂົ້າຮ່ວມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ກ່າວວ່າ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມສົນທະນາກັບການນຳບັນດາກຸ່ມບໍລິສັດແຖວໜ້າຂອງຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ (ພາບ: VGP)

 “ຫວຽດນາມຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ ຜ່ານການລົງນາມໃນສັນຍາ FTA 14 ສະບັບ. ພິເສດ, ຫວຽດນາມ ແລະ ຍີ່ປຸ່ນ ພ້ອມກັນເຂົ້າຮ່ວມສັນຍາ CTPP. ຫວຽດນາມ ແລະ ອີຢູ ຫາກໍລົງນາມໃນສັນຍາ EVFTA, ເຊິ່ງເປັນກຸ່ມຕະຫຼາດໃຫຍ່ທີ່ສຸດ. ເມື່ອພວກເພື່ອນເຂົ້າມາລົງທຶນຢູ່ຫວຽດນາມ, ພວກເພື່ອນຍັງສາມາດເຂົ້າເຖິງຕະຫຼາດຂອງ 11 ປະເທດອີກດ້ວຍ, ພິເສດແມ່ນ 28 ປະເທດ ເອີຣົບ. ເພາະສະນັ້ນ, ພວກຂ້າພະເຈົ້າຈະປຶກສາຫາລືກັບລັດຖະບານ ຍີ່ປຸ່ນ ປະຕິບັດສັນຍາ RCEP ເຊິ່ງລວມມີ 16 ປະເທດ. ນີ້ແມ່ນກາລະໂອກາດສໍາຄັນທີ່ສຸດສໍາລັບພວກເພື່ອນ. ດ້ວຍວິໄສທັດ ຍີ່ປຸ່ນ ສືບຕໍ່ແມ່ນຄູ່ຮ່ວມມືຍຸດທະສາດສໍາຄັນ, ຂ້າພະເຈົ້າສົ່ງເສີມບັນດານັກລົງທຶນ FDI ທີ່ມີຄຸນນະພາບສູງເຂົ້າມາລົງທຶນຢູ່ຫວຽດນາມ ດ້ວຍບັນດາໂຄງການລົງທຶນເປັນມິດກັບສິ່ງແວດລ້ອມ, ພື້ນຖານໂຄງລ່າງມີຄຸນນະພາບສູງ, ໝູນໃຊ້ການຖ່າຍທອດເຕັກໂນໂລຢີສູງ, ປະຢັດພະລັງງານ, ພະລັງງານຜະລິດຄືນໃໝ່, ຮ່ວມມືກັບບັນດາວິສາຫະກິດຫວຽດນາມ ພັດທະນາອຸດສາຫະສະໜັບສະໜູນ, ນໍາສິນຄ້າຂອງຫວຽດນາມເຂົ້າເຖິງບັນດາລະບົບຈໍາໜ່າຍຂອງພາກພື້ນ”.

        ທີ່ການໂອ້ລົມສົນທະນາ, ບັນດານັກລົງທຶນຍີ່ປຸ່ນ, ໃນນັ້ນມີ Toyota, Canon, TEPCON… ຕີລາຄາສູງເລື່ອງລັດຖະບານຫວຽດນາມ ໄດ້ຈັດຕັ້ງ ແລະ ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຈັດຕັ້ງການໂອ້ລົມສົນທະນາກັບບັນດາວິສາຫະກິດເປັນປະຈຳ, ໃນນັ້ນມີວິສາຫະກິດຍີ່ປຸ່ນ. ການນຳບັນດາວິສາຫະກິດຍີ່ປຸ່ນ ສະເໜີໃຫ້ຫວຽດນາມ ພັດທະນາພື້ນຖານໂຄງລ່າງຢ່າງເຂັ້ມແຂງ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ, ໂດຍສະເພາະແມ່ນບັນດາທ່າກ່ຳປັ່ນສົ່ງຕໍ່ສິນຄ້າ ແລະ ລະບົບທາງບົກເຊື່ອມຕໍ່ກັບບັນດາທ່າກ່ຳປັ່ນດັ່ງກ່າວກັບບັນດານະຄອນໃຫຍ່.

ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບການນໍາບາງກຸ່ມບໍລິສັດຂອງ ຍີ່ປຸ່ນ ທີ່ພວມຜັນຂະຫຍາຍໂຄງການລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ ຄືກຸ່ມບໍລິສັດ Mitsui, Maruhan, Toray Industry  ແລະ ກຸ່ມບໍລິສັດ Sumitomo.

ຕອບກັບ