ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ນຸ​ການ​ໃຫຍ່ ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກິດ (OECD)

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ OECD ຊ່ວຍຫວຽດນາມ ສ້າງນະໂຍບາຍດຶງດູດການລົງທຶນທີ່ມີຄຸນນະພາບສູງ, ທັງຊ່ວຍຫວຽດນາມ ເຂົ້າຮ່ວມລະບົບມູນຄ່າ ແລະ ສະໜອງທົ່ວໂລກ ຢ່າງເລິກເຊິ່ງ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ນຸ​ການ​ໃຫຍ່ ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກິດ (OECD) - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Mathias Cormann ເລຂານຸການໃຫຍ່ ອົງການຮ່ວມມື ແລະ ພັດທະນາ ເສດຖະກິດ (OECD) (ພາບ: TTXVN)

ຕອນບ່າຍວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Mathias Cormann ເລຂານຸການໃຫຍ່ ອົງການຮ່ວມມື ແລະ ພັດທະນາ ເສດຖະກິດ (OECD), ເນື່ອງໃນໂອກາດດທ່ານມາເຂົ້າຮ່ວມເວທີປາໄສ ລັດຖະມົນຕີ OECD - ອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາການເຄື່ອນໄຫວໃນຂອບເຂດ ເປັນປະທານຮ່ວມລາຍການອາຊີຕາເວັນອອກສ່ຽງໃຕ້ (SEARP) ຂອງ OECD ໃນປີນີ້, ເຊິ່ງໄດ້ຈັດຂຶ້ນເປັນຄັ້ງທີ 2 ຢ່າງລຽນຕິດຢູ່ຮ່າໂນ້ຍ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງ ເລື່ອງ OECD ຮ່ວມເດີນທາງ ແລະ ໜູນຊ່ວຍ ຫວຽດນາມ ໃນການຮັບປະກັນບົດບາດເປັນປະທານຮ່ວມ SEARP, ເປັນຕົ້ນແມ່ນການປະກອບສ່ວນເຂົ້າໃນຜົນສຳເລັດຂອງ ເວທີປາໄສ ລັດຖະມົນຕີ OECD  - ອາຊີຕາເວັນອອກສ່ຽງໃຕ້ ແລະ ເວທີປາໄສການລົງທຶນ ຫວຽດນາມ - OECD, ທີ່ຫາກໍ່ດຳເນີນໃນລະຫວ່າງວັນທີ 26 - 27 ຕຸລາ.

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ OECD ຊ່ວຍຫວຽດນາມ ສ້າງນະໂຍບາຍດຶງດູດການລົງທຶນທີ່ມີຄຸນນະພາບສູງ, ທັງຊ່ວຍຫວຽດນາມ ເຂົ້າຮ່ວມລະບົບມູນຄ່າ ແລະ ສະໜອງທົ່ວໂລກ ຢ່າງເລິກເຊິ່ງ, ທັງຮັບປະກັນຜົນປະໂຫຍດນັກລົງທຶນ ແລະ ທັງຕອບສະໜອງໄດ້ການນຳໃຊ້ບັນດາມາດຖານໃໝ່ ຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນ ພາສີລະດັບຕ່ຳສຸດໃນທົ່ວໂລກ.

ທ່ານເລຂານຸການໃຫຍ່ OECD ຖືວ່າ ໃນສະພາບການ ທົ່ວໂລກມີການປ່ຽນແປງຫຼາຍຢ່າງ, ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອດຶງດູດການລົງທຶນທີ່ມີຄຸນນະພາບສູງ ມຸ່ງໄປເຖິງການພັດທະນາສີຂຽວ, ຍືນຍົງ. ທ່ານເລຂານຸການໃຫຍ່ ຢັ້ງຢືນວ່າ ຫວຽດນາມ ມີຄວາມສຳຄັນດ້ານຍຸດທະສາດ ສຳລັບ OECD, ທ່ານເຫັນດີເປັນເອກະພາບຈະຍົກລະດັບການພົວພັນ ຫວຽດນາມ - OECD ໃນໄລຍະຈະມາເຖິງ.

ຕອບກັບ