ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ອວຍພອນປີໃໝ່່ປະຈໍາຊາດ ຢູ່ ແຂວງ ເບັ໊ນແຈ

Chia sẻ
(VOVWORLD) -ບັນດາກົມກອງ ຈະສືບຕໍ່ຮ່ວມແຮງຮ່ວມໃຈ, ຄຽງບ່າຄຽງໄຫຼ່, ແມ່ນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈ ພ້ອມກັບຄະນະພັກ, ອໍານາດການປົກຄອງແຂວງເບັ໊ນແຈ ເຮັດສໍາເລັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນບໍລິເວນໃນປີ 2019 ຢ່າງມີໄຊ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢ້ຽມຢາມ ແລະ ອວຍພອນປີໃໝ່່ປະຈໍາຊາດ ຢູ່ ແຂວງ ເບັ໊ນແຈ - ảnh 1 ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ຕໍາຫຼວດແຂວງ ເບັ໊ນແຈ, ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ເບັ໊ນແຈ

ຕອນບ່່າຍວັນທີ 04 ກຸມພາ (ກົງກັບວັນທີ 30 ບຸນເຕັດ), ທ່ານນາງ ຫງວຽນທິກິມເງິນ ກໍາມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ ຕໍາຫຼວດແຂວງ ເບັ໊ນແຈ, ກອງບັນຊາການທະຫານປ້ອງກັນຊາຍແດນ ແຂວງ ເບັ໊ນແຈ. ທີ່ບັນດາສະຖານທີ່ລົງໄປຢ້ຽມຢາມນັ້ນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ຢ້ຽມຢາມຖາມຂ່າວເຖິງຊີວິດການເປັນຢູ່, ວຽກງານຂອງບັນດາພະນັກງານ, ຕໍາຫຼວດແຂວງ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງເບັ້໊ນແຈ; ພ້ອມທັງຮັບຮູ້ ແລະ ແບ່ງປັນບັນດາຄວາມຫຍຸ້ງຍາກ ເຊິ່ງບັນດາກົມກອງນັ້ນຕ້ອງຜ່ານຜ່າ ເພື່ອເຮັດສໍາເລັດໜ້າທີ່ ເຊິ່ງພັກ, ລັດ ມອບໝາຍໃຫ້. ເມື່ອອວຍພອນປີໃໝ່່ ແລະ ຢ້ຽມຢາມຖາມຂ່າວເຖິງພະນັກງານ, ຕໍາຫຼວດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ ບັນດາກົມກອງ ຈະສືບຕໍ່ຮ່ວມແຮງຮ່ວມໃຈ, ຄຽງບ່າຄຽງໄຫຼ່, ແມ່ນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈ ພ້ອມກັບຄະນະພັກ, ອໍານາດການປົກຄອງແຂວງເບັ໊ນແຈ ເຮັດສໍາເລັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນບໍລິເວນໃນປີ 2019 ຢ່າງມີໄຊ.


ຕອບກັບ