ທ່ານ Pervez Musharraf ຖືກສືບສວນຍ້ອນກ່ຽວຂ້ອງເຖິງການລອບສັງຫານອະດີດນາຍົກລັດຖະມົນຕີ

Chia sẻ
ສານ​ນະຄອນ Rawalpindi ຢູ່​ປາ​ກິດສຖານ ​ຮຽກ​ຮ້ອງ​ນຳ​ອະດີດ​ປະທານາທິບໍດີ Pervez Musharraf ​ເຂົ້າ​ໃນ​​ເປົ້າ​ໝາຍການ​ສືບສວນທີ່​ກ່ຽວ​ຂ້ອງ​ເຖິງ ການ​ລອບສັງຫານອະ​ດິດນາຍົກລັດຖະມົນ​ຕີ Benazir Bhutto ​ເມື່ອ​ປີ 2007.

ທ່ານ  Pervez Musharraf ຖືກສືບສວນຍ້ອນກ່ຽວຂ້ອງເຖິງການລອບສັງຫານອະດີດນາຍົກລັດຖະມົນຕີ - ảnh 1
ອະດີດ​ປະທານາທິບໍດີ
Pervez Musharraf
(ພາບ: Reuters)
(vovworld) - ວັນທີ 23/04, ສານ​ນະຄອນ Rawalpindi ຢູ່​ປາ​ກິດສຖານ ​ຮຽກ​ຮ້ອງ​ນຳ​ອະດີດ​ປະທານາທິບໍດີ Pervez Musharraf ​ເຂົ້າ​ໃນ​​ເປົ້າ​ໝາຍການ​ສືບສວນທີ່​ກ່ຽວ​ຂ້ອງ​ເຖິງ ການ​ລອບສັງຫານອະດິດນາຍົກລັດຖະມົນ​ຕີ Benazir Bhutto ​ເມື່ອ​ປີ 2007. ຜູ້​ພິພາກສາ Chaudhry Habib ur Rehman ຂອງ​ສານ​ນະຄອນ Rawalpindi ສະ​ເໜີ​ໃຫ້​ອົງການ​ສືບ​ສວນສະຫະພັນ (FIA) ເປີດ​ການ​ສືບສວນ​ກ່ຽວ​ກັບ​​ການ​ກະທຳ​ຜິດ​ຕ່າງໆທີ່ກ່ຽວ​ຂ້ອງ ຂອງ​ທ່ານ Musharraf ​ແລະ ຍືນ​ບົດ​ລາຍງານ​ພາຍຫຼັງ​ສຳ​ເລັດ​​ການ​ສືບ​ສວນ. ຄາດ​ວ່າ ການ​ພິພາກສາ​ສຳລັບ​ບັນດາ​ກາ​ນກະທຳ​ຜິດ​ໃນ​ສະຖານ​ໃໝ່ສຳລັບ​ທ່ານ Musharraf ຈະ​ດຳ​ເນີນ​ໃນ​ວັນ​ທີ 03/05 ຈະ​ມາ​ເຖິງ.

        ຕາມ​ FIA ​ແລ້ວ, ທ່ານ Musharraf ຖືກ​ກ່າວ​ຟ້ອງ​ແມ່ນ​ຂາດ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ທ່ານ​ນາງ​ນາຍົກລັດຖະມົນຕີ Bhutto ​ເມື່ອ​ທ່ານ​ນາງກັບ​ເມືອ​ປະ​ເທດ​ເມື່ອ​ປີ 2007 ພາຍຫຼັງທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ, ທ່ານ​ນາງ Bhutto ຖືກເສຍ​ຊີວິດ​ໃນ​ເຫດການ​ຍິ່ງ​ປືນ ​ແລະ ວາງ​ລະ​ເບີດ​ສະ​ຫຼະຊີບ​ຢູ່​ນະຄອນ Rawalpindi ​ໃນ​ຂະນະ​ທີ່​ທ່ານ​ພວມ​ພົບ​ປະກັບຂະ​ບວນ​ຜູ້​ສະໜັບ​ສະໜູນ. ​ແຕ່​ທ່ານ Musharraf ປະຕິ​ເສດ​ຄຳ​ກ່າວ​ຟ້ອງ​ດັ່ງກ່າວ.