ທະນາຄານໂລກເຊັນສັນຍາສິນເຊື່ອ ໂຄງການກະຈາຍໄຟຟ້າຢູ່ຫວຽດນາມ

Chia sẻ

ທະນາຄານ​ໂລກ​ເຊັນ​ສັນຍາ​ສິນ​ເຊື່ອ​ໂຄງການ​ກະຈາຍ​ໄຟຟ້າ​ຢູ່​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ

ທະນາຄານໂລກເຊັນສັນຍາສິນເຊື່ອ ໂຄງການກະຈາຍໄຟຟ້າຢູ່ຫວຽດນາມ - ảnh 1

(ພາບ:vneconomy.vn)

(VOV)- ​ສັນຍາ​ສິນ​ເຊື່ອ​ໃຫ້​ແກ່ໂຄງການ​ກະຈາຍໄຟຟ້າ​ຢູ່​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ​ໄດ້​ຮັບ​ການ​​ລົງ​ນາມ​ໃນຕອນ​ບ່າຍວັນ​ທີ 8/11, ຢູ່ຮ່າ​ໂນ້ຍ ລະຫວ່າງ​ທະນາຄານ​ໂລກ (WB)  ​ແລະ ບໍລິສັດ​ໃຫ່ຍ​ໄຟຟ້າ​ຫວຽດນາມ. ​ໂຄງການ​ແມ່ນ​ເພື່ອ​ແນ​ໃສ່​ສະໜອງ​ໄຟຟ້າ​ທີ່ມີ​ຄຸນ​ນະພາ​ບດີ ​ແລະ ​ເປັນ​ປົກກະຕິ​ໃຫ້​ແກ່​ຜູ້​ນຳ​ໃຊ້​ໄຟຟ້າ​ຫວຽດນາມ, ຊ່ວຍ​ຫລຸດຜ່ອນ​ອາຍ​ແກ​ດກໍ່​ມົນ​ລະ​ພິດ​ເຮືອນ​ແກ້ວ​ຜ່ານ​ການ​ປັບປຸງ​ປະສິດທິຜົນ​ຕາໜ່າງ​ໄຟຟ້າ ​ໂດຍ​ມີ​ຍອດ​ຈຳນວນ​ເງິນ​ທັງ​ໝົດ​ແມ່ນ 800 ລ້ານ​ໂດ​ລາ​ສະຫະລັດ. ​ໂຄງການ​ລວມມີ​ການ​ສ້າງ ​ແລະ ປັບປຸງ​ຕາໜ່າງກະຈາຍ​ໄຟຟ້າ​, ​ແນະນຳ​ບັນດາ​ເຕັກ​ໂນ​ໂລ​ຊີ​ຕາໜ່າງ​ໄຟຟ້າ​ສະຫຼາດ​ໃນ​ການ​ກະຈາຍ​ໄຟຟ້າ ​ແລະ ໜູນ​ຊ່ວຍ​ດ້ານ​ເຕັກນິກ, ພາຫະນະ​ເພື່ອ​ສ້າງ​ຄວາມ​ສາມາດ​ໃຫ້​ແກ່​ກົມ​ດັດສົມ​ໄຟຟ້າ​ຫວຽດນາມ ​ແລະ ບໍລິສັດ​ໄຟຟ້າ 5 ແຫ່ງ. ທ່ານ​ນາງ Victoria Kwakwa ຜູ້ອຳນວຍການ​ໃຫ່ຍທະນາຄານ​ໂລກ (WB)  ປະຈຳ​ຫວຽດນາມ ​ໃຫ້​ຮູ້​ວ່າ, ບັນດາ​ບ້ວງ​ເງິນ​ລົງທຶນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ປະ​ສິດທິ​ຜົນ ​ແລະ ຫັນ​ເປັນ​ທັນ​ສະ​ໄໝ​ຕາມ​ໂຄງການກະຈາຍໄຟຟ້າ​ຢູ່​ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ​ ຈະ​ປັບປຸງ​ຄວາມ​ເປັນ​ປົກກະຕິ​ຂອງ​ແຫຼ່ງ​ໄຟຟ້າ ​ແລະ ປະກອບສ່ວນ​ໃຫ້​ແກ່​ການ​ພັດ​ມະ​ນາ​ເສດຖະກິດ-​ສັງຄົມ​ລວມຂອງ​ຫວຽດນາມ.