ທູດພິເສດດ້ານນິວເຄຼຍອາເມລິກາປະຕິບັດງານຢູ່ອາຊີຕາເວັນອອກສ່ຽງເໜືອ

Chia sẻ
(vovworld) – ​​ທູ​ດ​ພິ​ເສດ​ຂອງ ອາ​ເມ​ລິກ​າ ຮັບ​ຜິດ​ຊອບ​ການ​ເຈ​ລະ​ຈາ 6 ຝ່າຍ ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ສ. ເກົາຫຼີ Sydney Seiler  ໄປ​ຍັງ ເຊີ​ອູນ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ຂໍ້​ລິ​ເລີ່ມ​ສັນ​ຕິ​ພາບ​ໂດຍ​ ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – Hye ສະ​ເໜີ.
ທູດພິເສດດ້ານນິວເຄຼຍອາເມລິກາປະຕິບັດງານຢູ່ອາຊີຕາເວັນອອກສ່ຽງເໜືອ - ảnh 1
ທູ​ດ​ພິ​ເສດ​ຂອງ ອາ​ເມ​ລິກ​າ ທ່ານ Sydney Seiler
(ພາບ: koogle.tv)

(vovworld) – ​​ວັນ​ທີ 27/10, ທູ​ດ​ພິ​ເສດ​ຂອງ ອາ​ເມ​ລິກ​າ ຮັບ​ຜິດ​ຊອບ​ການ​ເຈ​ລະ​ຈາ 6 ຝ່າຍ ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ສ. ເກົາຫຼີ Sydney Seiler  ໄປ​ຍັງ ເຊີ​ອູນ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ຂໍ້​ລິ​ເລີ່ມ​ສັນ​ຕິ​ພາບ​ໂດຍ​ປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – Hye ສະ​ເໜີ. ນີ້​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການໄປ​ປະ​ຕິ​ບັດ​ງານຢູ່ ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ເໜືອ​ເຖິງ ສ. ເກົາຫຼີ, ຈີນ ແລະ ຍີ່​ປຸ່ນ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ນະ​ໂຍ​ບາຍ​ສຳ​ລັບ ສ​ປ​ປ ເກົາຫຼີຂອງ​ທ່ານ Seiler. ໃນ​ການ​ຢ້ຽ​ມ​ຢາມນີ້, ທ່ານ Seiler ມີ​ການ​ພົບ​ປະ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງປະ​ເທດ​ເຈົ້າ​ພາບ​ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ນິວ​ເຄຼຍ​ໃນ​ແຫຼມ ເກົາຫຼີ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່ ເຊີ​ອູນ, ທ່ານ Seiler ຊີ້​ແຈ້ງວ່າ: 2 ຝ່າຍ​ປຶກ​ສາ​ຫາ​ລື​ບັນ​ດາ​ວິ​ທີ​ເພື່ອ “ສືບ​ຕໍ່​​ບັນ​ດາ​ການ​ເຈ​ລະ​ຈາ 6 ຝ່າຍ ແລະ ພ້ອມ​ກັ​ນ​ຮ່ວມ​ມື​ເພື່ອ​ສ້າງ​ບັນ​ດາ​ເງື່ອນ​ໄຂ​ຈຳ​ເປັນ​ໃຫ້​ແກ່​ການ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຄືນ​ໃໝ່ ກໍ່​ຄື​ສົມ​ທົບ​ກັນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສຳ​ລັບ ສ​ປ​ປ ເກົາຫຼີ”.

        ການ​ຢ້ຽມ​ຢາມ​ຂອງ​ທ່ານ Seiler ດຳ​ເນີນ​ໄປ​ພາຍຫຼັງ ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ ກະ​ຕຸກ​ຊຸກ​ຍູ້ ສ​ປ​ປ ເກົາຫຼີ ກັບ​ຄືນ​ສ​ູ່​ໂຕະ​ເຈ​ລະ​ຈາ 6 ຝ່າຍ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ​ປະ​ເທດນີ້​ຖັດຈາກການ​ເຈ​ລະ​ຈາ “2+2” ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ກະ​ຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນພຽງ 2, 3 ວັນ.