ທູດພິເສດຂອງນາຍົກລັດຖະມົນຕີຫວຽດນາມຢ້ຽມຢາມຝລັ່ງ

Chia sẻ
(VOVWORLD) -ໃນລະຫວ່າງວັນທີ 04 – 05 ມີນາ, ທ່ານ ບຸຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ໄດ້ໄປຢ້ຽມຢາມຝລັ່ງ ດ້ວຍຖານະຕຳແໜ່ງເປັນທູດພິເສດຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.

ທູດພິເສດຂອງນາຍົກລັດຖະມົນຕີຫວຽດນາມຢ້ຽມຢາມຝລັ່ງ - ảnh 1 ທູດພິເສດຂອງນາຍົກລັດຖະມົນຕີຫວຽດນາມຢ້ຽມຢາມຝລັ່ງ

(ພາບ: VTV)

ໃນຂອບເຂດການຢ້ຽມຢາມ, ທ່ານ ບຸຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ແລະຄະນະຜູ້ແທນໄດ້ມີການພົບປະ ແລະ ເຮັດວຽກກັບການນຳບັນດາອົງການລັດຖະບານ ແລະ ສະພາແຫ່ງຊາດ ຝລັ່ງຫຼາຍທ່ານ.

        ທີ່ບັນດາການພົບປະ, ທ່ານຮອງລັດຖະມົນຕີ ບຸຍແທງເຊີນ, ສະເໜີໃຫ້ຝລັ່ງ ພ້ອມກັບບັນດາອົງການຂອງສະຫະພາບເອີລົບ (EU) ຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນສັນຍາການຄ້າເສລີຫວຽດນາມ - EU (EVFTA) ແລະ ສັນຍາອາລັກຂາການລົງທຶນຫວຽດນາມ - EU (IPA) ໂດຍໄວ ໃນອາຍຸການຂອງລັດຖະສະພາເອີລົບ ເພື່ອຫັນບັນດາຜົນປະໂຫຍດຈາກບັນດາສັນຍາດັ່ງກ່າວໃຫ້ປະກົດຜົນເປັນຈິງ.

        ສ່ວນການນຳບັນດາອົງການລັດຖະບານ ແລະ ສະພາແຫ່ງຊາດຝລັ່ງ ປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນ, ຮ່ວມມືໃນຫຼາຍຂົງເຂດລະຫວ່າງ 2 ປະເທດ. ຝ່າຍຝລັ່ງ ຕີລາຄາວ່າສັນຍາ EVFTA ຈະສ້າງຂອບເຂດຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງຫວຽດນາມ - EU, ເຫັນດີຄວນລົງນາມ, ໃຫ້ສັດຕະຍາບັນສັນຍາດັ່ງກ່າວໂດຍໄວ ແລະ ໃຫ້ຮູ້ວ່າ, ຝລັ່ງ ຈະຕັ້ງໜ້າສົມທົບກັບບັນດາປະເທດສະມາຊິກ EU ເພື່ອຍູ້ໄວວິວັດທະນາການດັ່ງກ່າວ.

ຕອບກັບ