ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ​ຢູ່ ລາວ

Chia sẻ
(VOVWORLD) - ບັນດາຄະນະຜູ້ແທນໄດ້ຖະຫວາຍດອກໄມ້, ທູບທຽນອາໄລຫາ, ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບນັບຖືຕໍ່ປະທານໂຮ່ຈີມິນ.
ຖະ​ຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ​ຢູ່ ລາວ - ảnh 1ບັນດາຜູ້ແທນຖະຫວາຍດອກໄມ້, ທູບທຽນໄຫ້ວອາໄລປະທານໂຮ່ຈີມິນ

ຕອນເຊົ້າວັນທີ 18 ພຶດສະພາ, ຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ ບ້ານຊຽງວາງ, ເມືອງໜອງບົກ, ແຂວງຄຳມ່ວນ, ສະຖານທູດ ຫວຽດນາມປະຈຳ ລາວໄດ້ຈັດພິທີຖະຫວາຍທູດບທຽນເພື່ອສະເຫຼີມສະຫຼອງ 133 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 - 19/5/2023). ບັນດາຄະນະຜູ້ແທນໄດ້ຖະຫວາຍດອກໄມ້, ທູບທຽນອາໄລຫາ, ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບນັບຖືຕໍ່ປະທານໂຮ່ຈີມິນ. ຫວນຄວນວິວັດແຫ່ງການເຄື່ອນໄຫວ ແລະ ບັນດາຄຸນງາມຄວາມດີຂອງເພິ່ນຕໍ່ປະຊາຊົນ ແລະ ສອງປະເທດ ຫວຽດນາມ ແລະ ລາວ, ທ່ານຟານມິງຈຽນ, ອຸປະທູດ, ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ລາວ ເນັ້ນໜັກວ່າ:

ຄາວຍັງມີຊີວິດຢູ່, ປະທານໂຮ່ຈີມິນເຄີຍຕັກເຕືອນວ່າ: ການປະຕິວັດລາວບໍ່ສາມາດຂາດການຊ່ວຍເຫຼືອຂອງການປະຕິວັດ ຫວຽດນາມໄດ້ ແລະ ການປະຕິວັດຫວຽດນາມ ກໍ່ບໍ່ສາມາດຂາດການຊ່ວຍເຫຼືອຂອງການປະຕິວັດ ລາວໄດ້. ປະທານໂຮ່ຈີມິນ ຍາມໃດກໍ່ຖືການພົວພັນສາມັກຄີ ຫວຽດນາມ - ລາວ ທັງແມ່ນພັນທະສາກົນ, ທັງແມ່ນຜົນປະໂຫຍດອັນເປັນຕາຍຂອງແຕ່ລະປະເທດ.

ນັກຂ່າວ VOV ປະຈຳ ສປປ.ລາວ

ຕອບກັບ