ກ່າວຄຳເຫັນພາຍຫລັງ FTA ອີຢູ - ຍີ່ປຸ່ນ ມີຜົນສັກສິດນັບແຕ່ຄ່ຳຄືນວັນທີ 31 ມັງກອນ, ທ່ານລັດຖະມົນຕີນະໂຍບາຍການເງິນ ແລະ ເສດຖະກິດ ຍີ່ປຸ່ນ Toshimitsu Motegi ຫວັງວ່າ ສັນຍາສະບັບນີ້ ຈະສວມບົດບາດສຳຄັນໃນການເຕີບໂຕໃຫ້ເສດຖະກິດຂອງ ຍີ່ປຸ່ນ. ເພື່ອບັນລຸໄດ້ຜົນປະໂຫຍດດ້ານເສດຖະກິດດີທີ່ສຸດ, ຍີ່ປຸ່ນ ຈະສົ່ງເສີມບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍລົງທຶນອອກສູ່ຕ່າງປະເທດ, ກໍ່ຄືຊຸກຍູ້ກະສິກຳ, ເຄື່ອງປ່າຂອງດົງ ແລະ ການປະມົງ.
ສ່ວນທ່ານ Patricia Flor ເອກອັກຄະລັດຖະທູດ ອີຢູ ປະຈຳ ຍີ່ປຸ່ນ ເນັ້ນໜັກວ່າ: ມື້ນີ້ແມ່ນມື້ປະຫວັດສາດ. ທ່ານປະທານຄະນະກຳມະການເອີຣົບ Jean-Claude Juncker ຖືວ່າ: ອີຢູ ແລະ ຍີ່ປຸ່ນ ພວມສົ່ງສານໃຫ້ໂລກກ່ຽວກັບອະນາຄົດຂອງການຄ້າຢ່າງເປີດເຜີຍ ແລະ ເສລີ.