ຍີ່ປຸ່ນ ສະເໜີ ກອບນິຕິກໍາ ຈະລາຈອນຂໍ້ມູນແບບເສລີ ຢູ່ G20

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ລິເລີ່ມສ້າງບັນດາຫຼັກການທີ່ມີລັກສະນະໄວ້ເນື້ອເຊື່ອໃຈສູງມຸ່ງໃຫ້ສົມບູນແບບເພື່ອໄປສູ່ການສ້າງ “ພາກພື້ນຈະລາຈອນຂໍ້ມູູນ” - ເຊິ່ງເປັນພາກພື້ນ ທີ່ມີຂໍ້ມູນໄດ້ສົ່ງຂ້າມຊາຍແດນຂອງປະເທດແບບເສລີ.
ຍີ່ປຸ່ນ ສະເໜີ ກອບນິຕິກໍາ ຈະລາຈອນຂໍ້ມູນແບບເສລີ ຢູ່ G20	 - ảnh 1ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe  (ພາບ: TTXVN) 

        ທ່ານ Shinzo Abe ປາດຖະໜາວ່າ ບັນດາປະເທດເຂົ້າຮ່ວມກອງປະຊຸມສຸດຍອດ G20 ທີ່ຈະຈັດຂຶ້ນຢູ່ ໂອສະກາ ປະເທດ ຍີ່ປຸ່ນ ໃນທ້າຍເດືອນ ມິຖຸນາ ຈະມາເຖິງ ຈະແບ່ງປັນກ່ຽວກັບຄໍາສະເໜີດັ່ງກ່າວ. ບັນດາຂໍ້ກໍານົດກ່ຽວກັບການຈະລາຈອນຂໍ້ມູນໃນປັດຈຸບັນ ພວມໄດ້ນໍາໃຊ້ສະເພາະຢູ່ ອາເມລິກາ, ຈີນ ແລະ ເອີຣົບ, ດັ່ງນັ້ນ ຄວນເປັນເອກະພາບຕໍ່ບັນດາຂໍ້ກໍານົດດັ່ງກ່າວໃນຂອບເຂດທ່ົວໂລກ. ເລື່ອງສ້າງຄວາມເປັນລະບຽບຮຽບຮ້ອຍດ້ານນິຕິກໍາໃຫ້ແກ່ການຈະລາຈອນຂໍ້ມູນ ແມ່ນເພື່ອແນໃສ່ເປົ້າໝາຍ ນໍາມາເຊິ່ງຜົນປະໂຫຍດ ໃຫ້ແກ່ບຸກຄົນບໍ່ວ່າແມ່ນໃຜໃນໂລກ, ນໍາຜົນງານຂອງພື້ນຖານເສດຖະກິດດີຈີຕອນ ມາສູ່ປະຊາຊົນທຸກຄົນໃນອາຊີ.

ຕອບກັບ