ຍົກສູງກໍາລັງຄວາມສາມາດແກ້ງແຍ້ງ Logistic ຫວຽດນາມ

Chia sẻ
(VOVWORLD) -Logistics ແມ່ນກະດູກສັນຫຼັງຂອງການຄ້າສາກົນ
ຍົກສູງກໍາລັງຄວາມສາມາດແກ້ງແຍ້ງ Logistic ຫວຽດນາມ - ảnh 1ກອງປະຊຸມສໍາມະນາ “ຍົກສູງກໍາລັງຄວາມສາມາດແກ້ງແຍ້ງໃນຂະແໜງ Logistic: ບັນຫາ ແລະ ສະເໜີນແນະດ້ານນະໂຍບາຍ” 

ຕອນເຊົ້າວັນທີ 29 ຕຸລາ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງ (CIEM) ໄດ້ຈັດຕັ້ງກອງປະຊຸມສໍາມະນາ ດ້ວຍຫົວຂໍ້ວ່າ “ຍົກສູງກໍາລັງຄວາມສາມາດແກ້ງແຍ້ງໃນຂະແໜງ Logistic: ບັນຫາ ແລະ ສະເໜີແນະດ້ານນະໂຍບາຍ” ເພື່ອແນໃສ່ປຶກສາຫາລືກ່ຽວກັບສະພາບການຕົວຈິງຂອງການເຄື່ອນໄຫວ Logistic ຢູ່ຫວຽດນາມ ໃນປັດຈຸບັນ. ຈາກນັ້ນ, ສະເໜີແນະບັນດາມາດຕະການ, ນະໂຍບາຍ ເພື່ອແນໃສ່ສ້າງລະບົບກົດໝາຍໃຫ້ສົມບູນແບບ, ຊຸກຍູ້ການພັດທະນາບໍລິການ Logistics, ຫຼຸດຄ່າໃຊ້ຈ່າຍລົງ ແລະ ຍົກສູງກໍາລັງຄວາມສາມາດແກ້ງແຍ້ງຂອງວິສາຫະກິດ.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ປ.ອ ຫງວຽນດິງກຸງ, ຫົວໜ້າສະຖາບັນ CIEM ໃຫ້ຮູ້ວ່າ Logistics ແມ່ນກະດູກສັນຫຼັງຂອງການຄ້າສາກົນ. ບໍລິການ Logistics ເສຍຄ່າບໍລິການຕໍ່າ ແລະສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າໄດ້ຢ່າງສູງ, ຊ່ວຍຊຸກຍູ້ການຄ້າພາຍໃນ ແລະ ຕ່າງປະເທດ ແລະ ເສດຖະກິດແຫ່ງຊາດພັດທະນາ. ປະສິດທິຜົນຂອງບໍລິການ Logistics ສະແດງໃຫ້ເຫັນວ່າ, ສໍາລັບບັນດາປະເທດທີ່ມີລາຍຮັບສະເລ່ຍຕໍ່ຫົວຄົນເທົ່າກັນນັ້ນ, ປະເທດໃດທີ່ມີການເຄື່ອນໄຫວ Logistics ດີສຸດ ແມ່ນປະເທດນັ້ນມີການເພີ່ມທະວີການເຕີບໂຕ 1% GDP  ແລະ 2% ການຄ້າ. ດັ່ງນັ້ນ, ຂະແໜງການ Logistics ເວົ້າສະເພາະ ແລະ ບັນດາຂົງເຂດອື່ນໃນພື້ນຖານເສດຖະກິດ ພວມຕ້ອງມີຄວາມເໝາະສົມ ແລະ ຕ້ອງປ່ຽນແປງ.

ຕອບກັບ