ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
(vovworld)- ສືບຕໍ່ວາລະປະຊຸມຄັ້ງທີ 31, ຕອນເຊົ້າວັນທີ 1/10, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຟັງ ແລະ ປຶກສາຫາລືບົດລາຍງານຕິດຕາມກວດກາວຽກງານສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໃນຂົງເຂດ ລົງທຶນຂອງລັດ, ລັດວິສາຫະກິດ ແລະ ລະບົບທະນາຄານ. ຜ່ານການປຶກສາຫາລື, ບັນດາຜູ້ແທນສ່ວນຫຼາຍໄດ້ຕີລາຄາສູງການເຄື່ອນໄຫວຂອງຄະນະຕິດຕາມກວດກາໃນການສ້າງເອກະສານໄຈ້ແຍກສຳລັບວິວັດການສ້າງໂຄງປະກອບຄືນໃໝ່ ໃນສາມຂົງເຂດຄື : ການລົງທຶນຂອງລັດ, ລັດວິສາຫະກິດ ແລະ ລະບົບທະນາຄານ. ເຖິງຢ່າງໃດກໍ່ຕາມ, ບັນດາຜູ້ແທນຖືວ່າ : ມີຫຼາຍເນື້ອໃນຂອງບົດລາຍງານຕິດຕາມກວດກາ ໄຈ້ແຍກ ໝາກຜົນໃນວິວັດການປະຕິບັດໂຄງການ ຍັງບໍ່ທັນຈະແຈ້ງ . ກ່ຽວກັບບັນຫານີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ : ໃນບົດລາຍງານຄວນເຮັດແຈ້ງບັນດາຂໍ້ຈຳກັດຂາດຕົກບົກຜ່ອງ ແລະ ສາຍເຫດຂອງບັນດາຄວາມຫຍຸ້ງຍາກດັ່ງກ່າວ ເພື່ອສະເໜີໜ້າທີ່ລະອຽດແຕ່ນີ້ຮອດປີ 2015.
“ນີ້ແມ່ນການຕິດຕາມກວດກາສູງສຸດ ເພື່ອສ້າງເປັນພື້ນຖານໃຫ້ ສະພາແຫ່ງຊາດດຳເນີນການຕິດຕາມກວດກາ ແລະ ອອກມະຕິ. ໃນມະຕິ ລາຍງານສະພາບສ້າງໂຄງປະກອບຄືນໃໝ່, ໝາກຜົນທີ່ບັນລຸໄດ້, ຂໍ້ຈຳກັດ ສາຍເຫດ ແລະ ພາຍຫຼັງການຕິດຕາມກວດກາ ມີແຜນນະໂຍບາຍຄືແນວໃດຕ້ອງໄດ້ເວົ້າແຈ້ງ. ພ້ອມກັນນັ້ນ ຕ້ອງເຮັດແຈ້ງສາຍເຫດ ແລະ ເປົ້າໝາຍ ສ້າງໂຄງປະກອບຄືນໃໝ່ນັ້ນ ແຕ່ນີ້ຮອດປີ 2015 ແມ່ນຄືແນວໃດ”