ຄະນະປະຈຳສະພາແຫ່ງຊາດຈະຕິດຕາມກວດກາຫົວເລື່ອງສະເພາະກ່ຽວກັບ BOT, ຊັກຖາມລັດຖະມົນຕີກະຊວງກໍ່ສ້າງ

Chia sẻ
(VOVWORLD) - ໂດຍສືບຕໍ່ໂຄງການເຮັດວຽກທີ່ກອງປະຊຸມຄັ້ງທີ 13, ຄະນະປະຈຳສະພາແຫ່ງຊາດ ເຮັດວຽກແຕ່ວັນທີ 14 -18 ສິງຫາ, ກ່ຽວກັບການປະຕິບັດການເຄື່ອນໄຫວຕິດຕາມກວດກາ. 

ຄະນະປະຈຳສະພາແຫ່ງຊາດຈະຕິດຕາມກວດກາຫົວເລື່ອງສະເພາະກ່ຽວກັບ BOT, ຊັກຖາມລັດຖະມົນຕີກະຊວງກໍ່ສ້າງ - ảnh 1 ການເຮັດວຽກຂອງຄະນະ 

(ພາບ: ຕ໋ວນແອງ)

ເປັນໜ້າສົນໃຈແມ່ນ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຕັ້ງການຊັກຖາມທ່ານ ຟ້າມຮົ່ງຮ່າ, ລັດຖະມົນຕີກະຊວງກໍ່ສ້າງ ແລະ ບັນດາລັດຖະມົນຕີ, ຫົວໜ້າຂະແໜງການອື່ນໆ ທີ່ກ່ຽວຂ້ອງເຖິງບັນດາກຸ່ມບັນຫາ: ວຽກງານຄຸ້ມຄອງລັດກ່ຽວກັບການວາງແຜນກໍ່ສ້າງ, ສະຖາປັດຕະຍາກຳເຂດຕົວເມືອງ, ພື້ນຖານດ້ານເຕັກນິກເຂດຕົວເມືອງ… ກໍ່ໃນອາທິດເຮັດວຽກນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຕັ້ງການຕິດຕາມກວດກາຫົວເລື່ອງສະເພາະ “ວຽກງານການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການລົງທຶນ ແລະ ຂຸດຄົ້ນກິດຈະກຳຄົມມະນາຄົມຕາມຮູບການສັນຍາກໍ່ສ້າງ - ດຳເນີນທຸລະກິດ - ມອບໂອນ (BOT)”; ປະກອບຄຳເຫັນກ່ຽວກັບບົດລາຍງານໝາກຜົນແຫ່ງການຕິດຕາມກວດກາຫົວເລື່ອງສະເພາະ “ການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປະຕິຮູບການຈັດຕັ້ງກົງຈັກບໍລິຫານລັດ ໄລຍະ 2011 -2016”. ຄະນະປະຈຳສະພາແຫ່ງຊາດ ກໍ່ສືບຕໍ່ປະກອບຄຳເຫັນກ່ຽວກັບບັນດາຮ່າງກົດໝາຍ, ບັນດາບັນຫາສຳຄັນກ່ອນທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດ ປະກອບຄຳເຫັນ, ຕັດສິນທີ່ກອງປະຊຸມສະໄໝສາມັນຄັ້ງທີ 4 ຈະມາເຖິງ.

ຕອບກັບ