ຄະນະປະຈຳລັດຖະບານປະຊຸມກ່ຽວກັບບັນດາໂຄງການ BOT

Chia sẻ
(VOVWORLD) -ຕອນບ່າຍວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຄະນະປະຈຳລັດຖະບານຫວຽດນາມ ໄດ້ມີການປະຊຸມກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນກ່ຽວກັບບັນດາໂຄງການ BOT (Build-Operate-Transfer) ຄົມມະນາຄົມທາງບົກ.

ຄະນະປະຈຳລັດຖະບານປະຊຸມກ່ຽວກັບບັນດາໂຄງການ BOT - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກກ່າວຄຳເຫັນທີ່ກອງປະຊຸມ

(ພາບ:VOV/Vu Dung)

ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຫັນດີໂດຍຖືວ່າ ແຫຼ່ງກຳລັງໃນຂົງເຂດລົງທຶນພັດທະນາພື້ນຖານໂຄງລ່າງຄົມມະນາຄົມ-ຂົນສົ່ງ ແມ່ນການປະກອບສ່ວນຂອງທົ່ວສັງຄົມ, ໂດຍສະເພາະແມ່ນໃນສະພາບທີ່ງົບປະມານມີຈຳກັດ ນັ້ນແມ່ນສິ່ງທີ່ຈຳເປັນ, ແລະແມ່ນແຜນນະໂຍບາຍຖືກຕ້ອງຂອງພັກ, ລັດໃນໄລຍະຜ່ານມາ, ໄດ້ຜັນຂະຫຍາຍເປັນຢ່າງດີໂດຍພື້ນຖານ. ທ່ານນາຍົກລັດຖະມົນຕີເຫັນດີກັບວິວັດການຫັນປ່ຽນໄປສູ່ການເກັບເງິນຄ່າທາງອັດຕະໂນມັດແບບບໍ່ຢຸດ ຄືດັ່ງບົດລາຍງານຂອງກະຊວງຄົມະນາຄົມ-ຂົນສົ່ງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງນ້ຳໃຈການປະມູນແບບເປີດເຜີຍ ເພື່ອຄັດເລືອກເອົາຫົວໜ່ວຍສະໜອງເຕັກໂນໂລຢີ; ເປີດເຜີຍ, ໂປ່ງໃສໃຫ້ແກ່ປະຊາຊົນ ແລະວິສາຫະກິດໃນວິວັດການຈະລາຈອນ; ຮັກສາຄວາມລັບຂໍ້ມູນຂ່າວສານຂອງຜູ້ນຳໃຊ້ພາຫະນະ.

ຕອບກັບ