ຂອງຂວັນໃນໂອກາດບຸນປີໃໝ່ຈາກເຂດດິນຕໍ່ແຜ່ນຝາກມານັກຮົບຢູ່ເກາະເຈື່ອງຊາ

Chia sẻ
(vovworkd) - ຕອນ​ບ່າຍ​ວັນ​ທີ 7/1, ຂອງຂວັນ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດຖ່ຽວ​ທຳ​ອິດ​ ​ໂດຍ​ກຳ່​ປັ່ນ HQ 571 ຂົນ​ສົ່ງຈາກ​ດິນ​ຕໍ່​ແຜ່ນ ​ໄດ້​ມາ​ຮອດ​ເກາະ​ເຈື່ອງ​ຊາຕາ​ເວັນ​ອອກ​ທີ່​ຂຶ້ນ​ກັບ​ເມືອງ​ເກາະ​ເຈື່ອງ​ຊາ.
ຂອງຂວັນໃນໂອກາດບຸນປີໃໝ່ຈາກເຂດດິນຕໍ່ແຜ່ນຝາກມານັກຮົບຢູ່ເກາະເຈື່ອງຊາ - ảnh 1
(ພາບປະກອບ)

(vovworkd) - ຕອນ​ບ່າຍ​ວັນ​ທີ 7/1, ຂອງຂວັນ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດຖ່ຽວ​ທຳ​ອິດ​ ​ໂດຍ​ກຳ່​ປັ່ນ HQ 571 ຂົນ​ສົ່ງຈາກ​ດິນ​ຕໍ່​ແຜ່ນ ​ໄດ້​ມາ​ຮອດ​ເກາະ​ເຈື່ອງ​ຊາຕາ​ເວັນ​ອອກ​ທີ່​ຂຶ້ນ​ກັບ​ເມືອງ​ເກາະ​ເຈື່ອງ​ຊາ.

        ຂອງຂວັນ​ສ່ວນ​ຫຼາຍ​ແມ່ນ​ສະບຽງອາຫານ, ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ພະນັກງານ, ນັກຮົບໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ. ພັນ​ຈັດຕະວາ ຮ່ວາງ​ແທງ​ຕູ໋, ຫົວໜ້າ​ເກາະ​ເຈື່ອງ​ຊາຕາ​ເວັນ​ອອກ, ​ໃຫ້​ຮູ້​ວ່າ, ​ ​ຂອງຂວັນ​ເຫຼົ່າ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ປະຊາຊົນ​ທີ່​ມີ​ຕໍ່​ພະນັກງານ, ນັກຮົບ​ໃນ​ເກາະ, ຊ່ວຍ​ໃຫ້​ບັນດາ​ນັກຮົບ​ໄດ້​ຕ້ອນຮັບ​​ບຸນປີ​ໃໝ່​ປະຈຳ​ຊາດຢ່າງ​ຄົບ​ຖ້ວນ​ຄື​ດັ່ງ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ. ນີ້​ກໍ່​ແມ່ນ​ແຫຼ່ງປຸກລະດົມ​ກຳລັງ​ໃຈ ​ເພື່ອ​ໃຫ້​ພະນັກງານ​ນັກຮົບ​ໃນ​ເກາະ​ອຸ່ນ​ອ່ຽນ​ໃຈ​ປະຕິບັດ​ໜ້າທີ່, ປົກ​ປັກ​ຮັກສາ​​ເກາະ, ທະ​ເລ​​ແຫ່ງສັກກະ​ລະບູຊາ​ຂອງ​ປະ​ເທດ​ຊາດ.