ກຳລັງກວດກາການຫາປາຂອງຫວຽດນາມເດັດດ່ຽວປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ
(vovworld)-ຕອນເຊົ້າວັນທີ 10/5, ທ່ານ ຫວູວັນຕາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ
![ກຳລັງກວດກາການຫາປາຂອງຫວຽດນາມເດັດດ່ຽວປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ - ảnh 1](https://photo-cms-vovworld.zadn.vn/w500/uploaded/vovworld/bcgmbuiq/2014_05_10/3.jpg)
ກຳປັ່ນຈີນບຸກໂຈມຕີກຳປັ່ນຂອງກຳລັງກວດກາການຫາປາຫວຽດນາມ
ພາບ:cpv.org.vn
|
(vovworld)-ຕອນເຊົ້າວັນທີ 10/5, ທ່ານ ຫວູວັນຕາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ຫົວຫນ້າກົມສິນໃນນ້ຳ ແລະ ຄະນະປະຕິບັດງານ ໄດ້ລົງຢ້ຽມຢາມກຳລັງກວດກາການຫາປາຫນ່ວຍ 3, ອົງການກວດກາການຫາປາເຂດ 2 ໄດ້ຜ່ານຜ່າຄວາມຫຍຸ້ງຍາກປະຕິບັດຫນ້າທີ່ໄດ້ຮັບການມອບໝາຍເປັນຢ່າງດີ. ໃນຊຸມມື້ຜ່ານມາ, ມີກຳປັ່ນຂອງກຳລັງກວດກາການຫາປາ ຖືກກຳປັ່ນຂອງຈີນ ຕຳ່ໃສ່ເປັນ 3 ຄັ້ງ ແຕ່ເຂົາເຈົ້າເດັດດ່ຽວປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ. ໃນວິວັດການປະຕິບັດຫນ້າທີ່ ມີ ພະນັກງານກວດກາການຫາປາ 6 ຄົນຖືກບາດເຈັບ ແຕ່ຍັງຄົງພະຍາຍາມສືບຕໍ່ປະຕິບັດຫນ້າທີ່.