ກຳມະກອນຫວຽດນາມເກືອບທັງໝົດຈາກລີບີໄປຍັງອີຢິບໄດ້ເດີນທາງກັບເມືອປະເທດ

Chia sẻ
ຮອດ​ເວລາ 24 ​ໂມງ ​ເວລາ​ທ້ອງ​ຖີ່​ນ, ກົງ​ກັບ 4 ​ໂມງ​ເຊົ້າຕາມ​ເວລາ ຫວຽດນາມ, ກຳມະ​ກອນ​ເກືອບ​ທັງ​ໝົດ​ໄດ້​ຖືກ​ຍົກຍ້າຍອອກ​ຈາກ ລີ​ບີ ​ໄປ​ຍັງ ອີ​ຢິບ...
ກຳມະກອນຫວຽດນາມເກືອບທັງໝົດຈາກລີບີໄປຍັງອີຢິບໄດ້ເດີນທາງກັບເມືອປະເທດ - ảnh 1
ພາບປະກອບ

(​vovworld) – ຮອດ​ເວລາ 24 ​ໂມງ ​ເວລາ​ທ້ອງ​ຖີ່​ນ, ກົງ​ກັບ 4 ​ໂມງ​ເຊົ້າຕາມ​ເວລາ ຫວຽດນາມ, ກຳມະ​ກອນ​ເກືອບ​ທັງ​ໝົດ​ໄດ້​ຖືກ​ຍົກຍ້າຍອອກ​ຈາກ ລີ​ບີ ​ໄປ​ຍັງ ອີ​ຢິບ, ​​​ເພື່ອ​ເດີນທາງ​ກັບ​ເມືອ ຫວຽດນາມ. ຖ້ຽວ​ບິນຄັ້ງ​ຫຼ້າ​ສຸດ​ເລກໝາຍ​ MS – 960 ຂອງ​ບໍລິສັດ​ການບິນ ອີ​ຢິບໄດ້​ຂົນ​ສົ່ງ​ກຳມະກອນ 143 ຄົນ, ​ຈາກ​ສະໜາມ​ບິນ​ສາກົນ​ ກາຍ​ໂຣ ​ເວລາ 23​ໂມງ 30 ນາທີ​ວັນທີ 13/8.

    ດັ່ງ​ນັ້ນ, ​ໃນ​ວັນ​ທີ 13/8, ມີ​ກຳມະກອນ​ຕື່ມ​ອີກ 214 ຄົນ​ໄດ້​ເດີນທາງ​ອອກ​ຈາກ ກາຍ​ໂຣ ກັບ​ເມືອ ຫວຽດນາມ, ອັນ​ໄດ້​ຍົກ​ຍອດ​ຈຳ​ນວນ​ກຳມະກອນ​ກັບ​ເມືອ ຫວຽດນາມ ດ້ວຍ​ທາງ​ການບິນ​ຜ່ານ ອີ​ຢິບ ຂຶ້ນ​ເຖິງ 677 ຄົນ.

    ​ໃນ​ຂະນະ​ນັ້ນ, ທ່ານ ດ່າວຢູຍຕ່ຽນ, ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລີ​ບີ ​ໃຫ້​ຮູ້​ວ່າ: ຄົນ​ງານ ຫວຽດນາມ 92 ຄົນ​ກໍ່​ໄດ້​ຖືກ​ຍົກຍ້າຍ​ໄປ​ຍັງ Tunisia ຜ່ານ​ຊາຍ​ແດນ​ທາງບົກ Ras Ajdir ​ໃນ​ວັນ​ທີ 13/8.